• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເດີນທາງໄປຮອດ São Paulo, ເລີ່ມຕົ້ນການຢ້ຽມຢາມ ບຣາຊິນ ຢ່າງເປັນທາງການ

ບັນດາເຮືອບິນການຄ້າລຸ້ນໃໝ່ຂອງກຸ່ມບໍລິສັດ ອາດສາມາດເປັນມາດຕະການແກ້ໄຂເພື່ອຊ່ວຍໃຫ້ບັນດາບໍລິສັດການບິນ ຫວຽດນາມ ທັງພັດທະນາເຮືອບິນ, ທັງຮັບປະກັນປະສິດທິຜົນການເຄື່ອນໄຫວ
(ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປຮອດສະໜາມບິນສາກົນ São Paulo)

ຕອນບ່າຍວັນທີ 23 ກັນຍາ (ຕາມເວລາທ້ອງຖິ່ນ) ເຮືອບິນທີ່ນຳສົ່ງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປຮອດສະໜາມບິນສາກົນ São Paulo, ເລີ່ມຕົ້ນການຢ້ຽມຢາມ ສ.ສະຫະພັນບຣາຊິນຢ່າງເປັນທາງການ. ການຢ້ຽມຢາມໄດ້ດຳເນີນໄປແຕ່ວັນທີ 23 – 26 ກັນຍາຕາມຄຳເຊີນຂອງທ່ານປະທານາທິບໍດີ ບຣາຊິນ Lula da Silva.

(ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໄປຢ້ຽມຢາມ, ເຮັດວຽກກັບບໍລິສັດອາວະກາດ Embraer)

ຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໄປຢ້ຽມຢາມ, ເຮັດວຽກກັບບໍລິສັດອາວະກາດ Embraer ມີສຳນັກງານຕັ້ງຢູ່ນະຄອນ São José dos Campos, ລັດ São Paulo. ກ່າວຄຳເຫັນທີ່ການຢ້ຽມຢາມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຖືວ່າ, ບັນດາເຮືອບິນການຄ້າລຸ້ນໃໝ່ຂອງກຸ່ມບໍລິສັດ ອາດສາມາດເປັນມາດຕະການແກ້ໄຂເພື່ອຊ່ວຍໃຫ້ບັນດາບໍລິສັດການບິນ ຫວຽດນາມ ທັງພັດທະນາເຮືອບິນ, ທັງຮັບປະກັນປະສິດທິຜົນການເຄື່ອນໄຫວ ແລະ ຄວາມປອດໄພດ້ານການບິນ. ທ່ານນາຍົກລັດຖະມົນຕີຮຽກຮ້ອງ Embraer ເປີດກວ້າງການຮ່ວມມື, ການລົງທຶນເພື່ອພັດທະນາລະບົບ ນິເວດທຸລະກິດຂອງກຸ່ມບໍລິສັດ ຢູ່ຫວຽດນາມ, ໜູນຊ່ວຍ ຫວຽດນາມ ບັນດາມາດຕະການແກ້ໄຂດ້ານເຕັກໂນໂລຊີ ເພື່ອຊ່ວຍຍົກສູງຄວາມສາມາດຄຸ້ມຄອງໃນຂະແໜງການບິນ, ເພີ່ມທະວີການອັດຕະໂນມັດ, ໜູນຊ່ວຍການຄາດຄະເນ ແລະ ປ້ອງກັນຄວາມສ່ຽງໃນການເຄື່ອນໄຫວຄຸ້ມຄອງການບິນ.

(ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ພົບປະກັບປະຊາຄົມຊາວ ຫວຽດນາມ ອາໄສ ບຣາຊິນ ແລະ ບັນດາປະເທດໃກ້ຄຽງອາເມລິກາໃຕ້)

ຕອນຄ່ຳວັນທີ 23 ກັນຍາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນ São Paulo, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ພົບປະກັບປະຊາຄົມຊາວ ຫວຽດນາມ ອາໄສ ບຣາຊິນ ແລະ ບັນດາປະເທດໃກ້ຄຽງ ອາເມລິກາໃຕ້. ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢືນຢັນວ່າ ຍາມໃດກໍ່ຖືປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ໃນນັ້ນມີປະຊາຄົມຊາວ ຫວຽດນາມ ອາໄສຢູ່ ບຣາຊິນ ແລະ ບັນດາປະເທດອາເມລິກາໃຕ້ ແມ່ນພາກສ່ວນໜຶ່ງທີ່ບໍ່ສາມາດຕັດແຍກອອກຈາກປະຊາຄົມຊາວ ຫວຽດນາມ ໄດ້. ທ່ານນາຍົກລັດຖະມົນຕີ ຫວັງວ່າ, ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ບຣາຊິນ ແລະ ອາເມລິກາໃຕ້ ຈະສືບຕໍ່ເສີມຂະຫຍາຍຈິດໃຈອຸ້ມຊູຊ່ວຍເຫຼືອຊຶ່ງກັນແລະກັນ, ສາມັກຄີກັນ, ຊ່ວຍເຫຼືອກັນຜ່ານຜ່າຄວາມຫຍຸ້ງຍາກ; ມານະພະຍາຍາມບືນຕົວຂຶ້ນ, ຕັ້ງໜ້າເຊື່ອມໂຍງ, ເຄົາລົບກົດໝາຍ ແລະ ປະກອບສ່ວນພັດທະນາປະເທດປະຈຳຖິ່ນ; ແມ່ນຂົວເຊື່ອມຕໍ່ສຳຄັນຂອງການພົວພັນລະຫວ່າງ ຫວຽດນາມ ກັບບັນດາປະເທດຢ່າງແທ້ຈິງ.

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top