• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງໂຮງງານຜະລິດ, ປຸງແຕ່ງແຜ່ນພິມວົງຈອນ PCB

ຕອນບ່າຍວັນທີ 13 ເມສາ, ໂດຍສືບຕໍ່ການປະຕິບັດງານຢູ່ແຂວງ ຮ່ວາບິ່ງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງໂຮງງານຜະລິດ, ປຸງແຕ່ງ PCB - ໄລຍະ 1 ໂດຍກຸ່ມບໍລິສັດ Meiko Electronics (ປະເທດ ຍີ່ປຸ່ນ)...
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງໂຮງງານຜະລິດ, ປຸງແຕ່ງ PCB

ຕອນບ່າຍວັນທີ 13 ເມສາ, ໂດຍສືບຕໍ່ການປະຕິບັດງານຢູ່ແຂວງ ຮ່ວາບິ່ງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງໂຮງງານຜະລິດ, ປຸງແຕ່ງແຜ່ນພິມວົງຈອນ (PCB) - ໄລຍະ 1 ໂດຍກຸ່ມບໍລິສັດ Meiko Electronics (ປະເທດ ຍີ່ປຸ່ນ) ເປັນເຈົ້າພາບລົງທຶນ ຢູ່ເຂດອຸດສາຫະກຳ ຝັ່ງຊ້າຍຂອງແມ່ນ້ຳດາ, ນະຄອນ ຮວ່າບິ່ງ.

ໂຄງການຂອງ Meiko ພວມຜັນຂະຫຍາຍຢູ່ຮ່ວາບິ່ງ ແມ່ນໂຄງການທີ 5 ຂອງກຸ່ມບໍລິສັດ Meiko ຢູ່ ຫວຽດນາມ, ມີເງິນລົງທຶນ 200 ລ້ານໂດລາສະຫະລັດ ໃຫ້ແກ່ໂຮງງານເລກ 1 ແລະ 500 ລ້ານໂດລາສະຫະລັດ ໃຫ້ແກ່ໂຮງງານເລກ 2. ໂຄງການມີເວລາເຄື່ອນໄຫວ 50 ປີນັບແຕ່ວັນໄດ້ຮັບໃບອະນຸຍາດຈົດທະບຽນລົງທຶນຄັ້ງທີໜຶ່ງ. ກຸ່ມບໍລິສັດໄດ້ວາງແຜນການ: ແຕ່ໄຕມາດທີ II/2024 ຈະຜະລິດທົດລອງ, ຜະລິດທາງການ; ຈຳນວນແຮງງານຈະນຳໃຊ້ແມ່ນປະມານ 3.000 ຄົນ (ຮອດປີ 2030); ສົ່ງໃຫ້ງົບປະມານແຫ່ງລັດຈຳນວນເງິນປະມານ 8 ລ້ານໂດລາສະຫະລັດ/ປີ (ນັບແຕ່ປີ 2030).

ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງໃຫ້ແຂວງ ຮ່ວາບິ່ງ ສ້າງເງື່ອນໄຂສະດວກໃຫ້ Meiko ລົງທຶນພັດທະນາ. ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ ກຸ່ມບໍລິສັດ Meiko ປະຕິບັດໂຄງການໃຫ້ມີປະສິດທິຜົນ, ປອງດອງຜົນປະໂຫຍດລະຫວ່າງລັດ, ນັກລົງທຶນ ແລະ ປະຊາຊົນ.

(ແຫຼ່ງຄັດຈາກ VOV)

ການເລືອກຕັ້ງວັນທີ 15 ມີນາ ແມ່ນບາດກ້າວຫຼັກແຫຼ່ງເພື່ອນຳ ຫວຽດນາມກ້າວເຂົ້າສູ່ຍຸກພັດທະນາໃໝ່ຢ່າງໝັ້ນແກ່ນ

ການເລືອກຕັ້ງວັນທີ 15 ມີນາ ແມ່ນບາດກ້າວຫຼັກແຫຼ່ງເພື່ອນຳ ຫວຽດນາມກ້າວເຂົ້າສູ່ຍຸກພັດທະນາໃໝ່ຢ່າງໝັ້ນແກ່ນ

ທ່ານເອກອັກຄະລັດຖະທູດ ສະແດງຄວາມປະທັບໃຈຕໍ່ວິວັດການກະກຽມການເລືອກຕັ້ງຢ່າງພິຖິພິຖັນ, ພິເສດແມ່ນການເອົາຄຳເຫັນຂອງປະຊາຊົນຢ່າງກວ້າງຂວາງ ແລະ ວຽກງານພະນັງງານຢ່າງແໜ້ນແຟ້ນ.

Top