• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ໃຫ້ການຕ້ອນຮັບຫົວໜ້າຄະນະຈັດຕັ້ງສູນກາງຫວຽດນາມ


ທ່ານ​ນາຍົກລັດຖະມົນຕີ ຍີ່ປຸ່ນ Fumio Kishida ​
ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ ຟ້າ​ມມິ​ງຈິງ

      ຕອນບ່າຍ​ວັນ​ທີ 30/11, ຢູ່​ສຳນັກງານ​ລັດຖະບານ ຍີ່ປຸ່ນ, ທ່ານ​ນາຍົກລັດຖະມົນຕີ ຍີ່ປຸ່ນ Fumio Kishida ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ ຟ້າ​ມມິ​ງຈິງ, ​ເລຂາ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ, ປະທານ​ກຸ່ມ ສະມາຊິກ​ລັດຖະສະພາ​ມິດຕະພາບ ຫວຽດນາມ - ຍີ່ປຸ່ນ, ທີ່​ພວມ​ຢູ່​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຍີ່ປຸ່ນ. ທີ່​ການ​ຕ້ອນຮັບ, ທ່ານ​ນາຍົກລັດຖະມົນຕີ Fumio Kishida ຢືນຢັນ​ວ່າ, ຍີ່ປຸ່ນ​ຈະ​ສືບ​ຕໍ່​ສະຫງວນ​ຄວາມ​ເອົາ​ໃຈ​ໃສ່, ການ​ບຸລິ​ມາ​ສິດ​ສູງ​ສຸດ​ໃຫ້​ແກ່​ການ​ພົວພັນ​ຮ່ວມ​ມື​ຮອບດ້ານ​ກັບ ຫວຽດນາມ. ທ່ານ​ຢືນຢັນ​ຈະ​ຊີ້​ນຳ​ບັນດາ​ອົງການ​ມີ​ສິດ​ອຳນາດທີ່​ກ່ຽວຂ້ອງ​ຂອງ ຍີ່ປຸ່ນ ຕັ້ງໜ້າໜູນ​ຊ່ວຍ ຫວຽດນາມ, ​ພິ​ເສດ​ແມ່ນ​ໃນ​ການ​ບຳລຸງ​ສ້າງຖັນ​ແຖວ​ພະນັກງານ​ການ​ນຳ, ຄຸ້ມ​ຄອງ​ທຸກ​ຂັ້ນ​ຂອງ ຫວຽດນາມ.
        ສ່ວນ​ທ່ານ ຟ້າ​ມມິ​ງຈິງ, ກໍ່​ຕີ​ລາຄາ​ສູງ​ໝາກຜົນ​ແຫ່ງ​ການ​ຮ່ວມ​ມື​ລະຫວ່າງ​ຍີ່ປຸ່ນ ​ແລະ ຫວຽດນາມ ​ໃນ​ທຸກ​ຂົງ​ເຂດ​ໃນ​ໄລຍະ​ຜ່ານ​ມາ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ຂົງ​ເຂດ​ລົງທຶນ, ການ​ຄ້າ ​ແລະ ການ​ຮ່ວມ​ມືບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ. ທ່ານ ຫວັງ​ວ່າ​ລັດຖະບານ​ ຍີ່ປຸ່ນ ຈະ​ສືບ​ຕໍ່​ເອົາ​ໃຈ​ໃສ່ຮ່ວມ​ມື,​ຊ່ວຍ​ເຫຼືອ ຫວຽດນາມ​ໃນ​ຂົງ​ເຂດ​ບຳລຸງ​ສ້າງ​ຊັບພະຍາກອນ​ມະນຸດ, ການ​ປະຕິ​ຮູບ​ດ້ານ​ການ​ບໍລິຫານ, ການ​ກໍ່ສ້າງ​ກົງຈັກ​ລັດ​ຕາມ​ທິດ​ກະທັດ​ລັດ, ມີ​ປະສິດທິ​ຜົນ.
(ແຫຼ່ງຄັດຈາກ VOV)

GDP 6 ເດືອນ​ຕົ້ນ​ປີ 2026 ເພີ່ມ​ຂຶ້ນ​ເກືອບ 8,2%

GDP 6 ເດືອນ​ຕົ້ນ​ປີ 2026 ເພີ່ມ​ຂຶ້ນ​ເກືອບ 8,2%

ຕໍ່​ໜ້າ​ບັນ​ດາ​ການ​ຜັນ​ແປ​ທີ່​ຍາກ​ຈະ​ຄາດ​ຄະ​ເນ​ລ່ວງ​ໜ້າ​ໄດ້​ຂ​ອງ​ພື້ນ​ຖານ​ເສດ​ຖະ​ກິດ​ໂລກ, ເສດ​ຖະ​ກິດ ຫວຽດ​ນາມ ຍັງ​ຮັກ​ສາ​ທ່າ​ເຕີບ​ໂຕ​ໄດ້​ຢ່າງ​ຕັ້ງ​ໜ້າ ຍ້ອນ​ມີ​ການ​ບໍ​ລິ​ຫານ​ຢ່າງ​ຂ້ຽວ​ຂາດ​ຂອງ​ລັດ​ຖະ​ບານ ພ້ອມ​ດ້ວຍ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ມາດ​ຕະ​ການ​ຊຸກ​ຍູ້​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ຢ່າງ​ຄົບ​ຊຸດ.

Top