• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ໄປຢ້ຽມຢາມ ແລະ ເຮັດວຽກກັບກອງທັບເຮືອເຂດ 4

ຕອນເຊົ້າວັນທີ 02 ສິງຫາ, ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງອັກທິ້ງ ໄດ້ໄປເຮັດວຽກກັບທະຫານເຮືອເຂດ 4; ຢ້ຽມຢາມບັນດາກົມກອງກອງທັບເຮືອທີ່ຕັ້ງທັບໃນຖານທີ່ໝັ້ນ ກາມແຣງ. 
ນະທີ່ນີ້, ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ໄດ້ຕີລາຄາສູງຕໍ່ບັນດາກົມກອງປະຕິບັດໜ້າທີ່ໄດ້ຮັບມອບໝາຍສຳເລັດຜົນເປັນຢ່າງດີ, ພົ້ນເດັ່ນແມ່ນຈິດໃຈກຽມພ້ອມສູ້ຮົບ, ສະແດງໃຫ້ເຫັນເຈດຈຳນົງ, ຄຸນນະທາດ, ປົກປັກຮັກສາອຳນາດອະທິປະໄຕທະເລ, ໝູເກາະຂອງ ຫວຽດນາມ ໃນໄລຍະຜ່ານມາຢ່າງໝັ້ນຄົງ.

 ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ໄປຢ້ຽມຢາມ ແລະ ເຮັດວຽກກັບກອງທັບເຮືອເຂດ 4 (ພາບ: SGGP)

ເນື່ອງໃນໂອກາດນີ້, ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ພ້ອມດ້ວຍຜູ້ຕາງໜ້າກອງທຶນອຸປະກາລະເດັກນ້ອຍ ຫວຽດນາມ, ກຸ່ມບໍລິສັດ ຮຶງທິ້ງ ມອບເງິນຈຳນວນ 21 ຕື້ດົ່ງໃຫ້ເມືອງເກາະ ເຈື່ອງຊາ, ມອບຂອງຂວັນໃຫ້ 40 ຄອບຄົວພົນທະຫານທີ່ປະສົບກັບຄວາມຫຍຸ້ງຍາກ ແລະ ນັກຮຽນດີເດັ່ນ 200 ຄົນແມ່ນລູກພະນັກງານ, ນັກຮົບຂອງບັນດາກົມກອງກອງທັບເຮືອ.
(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top