• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາງປະທານສະພາແຫ່ງຊາດຫວຽດນາມເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ AIPA 40 ແລະ ຢ້ຽມຢາມໄທຢ່າງເປັນທາງການ

ວັນທີ 25 ສິງຫາ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ ນຳຫນ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ເດີນທາງອອກຈາກຮ່າໂນ້ຍ ໄປເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ AIPA 40 ແລະ ຢ້ຽມຢາມ ລາຊະອານາຈັກ ໄທ ຢ່າງເປັນທາງການ ຕາມຄຳເຊີນ ຂອງທ່ານ ຊວນຫຼີກໄພ, ປະທານສະພາຜູ້ແທນລາຊະດອນໄທ, ປະທານກອງປະຊຸມສະມັດຊາໃຫຍ່ AIPA 40.

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ ເດີນທາງຮອດສະຫນາມບິນ ດອນເມືອງ ໄທ

ຫົວຂໍ້ຂອງກອງປະຊຸມສະມັດຊາໃຫຍ່ 40 ແມ່ນ “ຊຸກຍູ້ການພົວພັນຄູ່ຮ່ວມມືລັດຖະສະພາ ເພື່ອປະຊາຄົມໝັ້ນຄົງ”. ຈຸດສຸມການເຄື່ອນໄຫວຄັ້ງນີ້ ແມ່ນເລື່ອງທ່ານນາງ ປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ ຮັບດຳລົງຕຳແຫນ່ງເປັນປະທານ AIPA ຈາກທ່ານປະທານສະພາຜູ້ແທນລາຊະດອນໄທ ຕາມຫລັກການຜັດປ່ຽນກັນ, ຈັດຕັ້ງ ກອງປະຊຸມສະມັດຊາໃຫຍ່ AIPA 41 ໃນປີ 2020 ແລະ ບັນດາການເຄື່ອນໄຫວອື່ນໆໃນຂອບເຂດປີ ປະທານ AIPA. ການຢ້ຽມຢາມໄທຂອງທ່ານນາງປະທານສະພາແຫ່ງຊາດຫວຽດນາມ ດຳເນີນໄປໃນສະພາບການພົວພັນລະຫວ່າງສອງປະເທດພວມພັດທະນາອັນດີງາມໃນທຸກຂົງເຂດ.
(ແຫຼ່ງຄັດຈາກ VOV)
 

ຫວຽດ​ນາມ ແລະ ອີ​ຢູ ຊຸກ​ຍູ້​ການ​ຮ່ວມ​ມື​ຢ່າງ​ຮອບ​ດ້ານ

ຫວຽດ​ນາມ ແລະ ອີ​ຢູ ຊຸກ​ຍູ້​ການ​ຮ່ວມ​ມື​ຢ່າງ​ຮອບ​ດ້ານ

ວັນທີ 24 ພະຈິກ, ຢູ່ສຳນັກງານອົງການພົວພັນຕ່າງປະເທດ ສະຫະພາບເອີຣົບ (EEAS) ຢູ່ ບຣຸກແຊັນ, ປະເທດ ແບນຊິກ, ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ແລະ ທ່ານນາງ Paola Pampaloni ຮັກສາການກົມໃຫຍ່ ອາຊີ - ປາຊີຟິກຂອງ EEAS ໄດ້ເປັນປະທານຮ່ວມວາລະປະຊຸມຄັ້ງທີ 6 ຄະນະກຳມະການປະສົມ ຫວຽດນາມ - ສະຫະພາບ ເອີຣົບ (EU) ແນໃສ່ຜັນຂະຫຍາຍສັນຍາຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານ ຫວຽດນາມ - EU (PCA).

Top