• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາງປະທານສະພາແຫ່ງຊາດຫວຽດນາມອວຍພອນບຸນເຕັດການນຳສະພາແຫ່ງຊາດແລະຫ້ອງວ່າການສະພາແຫ່ງຊາດ

ຕອນເຊົ້າວັນທີ 31 ມັງກອນ ຢູ່ ສຳນັກງານສະພາແຫ່ງຊາດ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ ໄດ້ພົບປະ, ອວຍພອນບຸນເຕັດບັນດາທ່ານຮອງປະທານສະພາແຫ່ງຊາດ, ສະມາຊິກຄະນະປະຈຳສະພາແຫ່ງຊາດ, ຫ້ອງວ່າການສະພາແຫ່ງຊາດ ພ້ອມກັບພະນັກງານ, ລັດຖະກອນ, ຄົນງານໃນຫ້ອງວ່າການສະພາແຫ່ງຊາດ.

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ ອວຍພອນບຸນເຕັດບັນດາພະນັກງານ
ໃນບັນດາອົງການຂອງສະພາແຫ່ງຊາດ

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ຍ້ອງຍໍ ແລະ ຕີລາຄາສູງບັນດາໝູ່ຄະນະ, ສ່ວນບຸກຄົນໃນບັນດາອົງການຂອງສະພາແຫ່ງຊາດ ໄດ້ປະຕິບັດສຳເລັດຫນ້າທີ່ທີ່ໄດ້ຮັບການມອບໝາຍໃນປີ 2018. ເນື່ອງໃນໂອກາດປີໃຫມ່ປີກຸນ ທ່ານນາງປະທານສະພາແຫ່ງຊາດ ອວຍພອນໃຫ້ບັນດາການນຳສະພາແຫ່ງຊາດ, ພະນັກງານ, ລັດຖະກອນ, ຄົນງານໃນບັນດາອົງການຂອງສະພາແຫ່ງຊາດ ພ້ອມດ້ວຍຄອບຄົວຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ, ບັນລຸຜົນສຳເລັດຫລາຍຢ່າງ, ສືບຕໍ່ມານະພະຍາຍາມປະຕິບັດວຽກງານຢ່າງມີປະສິດທິຜົນກວ່າໃນປີ 2019. ສະພາແຫ່ງຊາດສືບຕໍ່ແມ່ນກຸ່ມກ້ອນສາມັກຄີ, ປະຕິບັດຫນ້າທີ່ທີ່ໄດ້ຮັບການມອບໝາຍເປັນຢ່າງດີ, ປະກອບສ່ວນພັດທະນາເສດຖະກິດ ສັງຄົມຂອງປະເທດຊາດເວົ້າລວມ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top