• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາງປະທານສະພາແຫ່ງຊາດຫວຽດນາມພົບປະກັບບັນດາທ່ານນາງເອກອັກຄະລັດຖະທູດ


ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ ຫງວຽນ​ທິ​ກີມ​ເງິນ
​ພົບ​ປະ​ກັບ​ບັນ​ດາ​ທ່ານ​ນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດ
      ຕອນ​ເຊົ້າ​ວັນ​ທີ 5/3 ຢູ່ ຮ່າ​ໂນ້ຍ, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ທິ​ກີມ​ເງິນ ໄດ້​ພົບ​ປະ​ກັບ​ບັນ​ດາ​ທ່ານ​ນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດ, ຫົວ​ຫນ້າ​ຜູ້​ຕາງ​ຫນ້າ​ບັນ​ດາ​ອົງ​ການ​ສາ​ກົນ​ຢູ່​ຫວຽດ​ນາມ ເນື່ອ​ງ​ໃນ​ໂອ​ກາດ​ສະ​ເຫລີມ​ສະ​ຫລອງວັນ​ແມ່​ຍິງ​ສາ​ກົນ 8/3. ​ທ່ານ​ປະ​ທານ​ປະ​ເທດ​ເຈີນ​ດ້າຍກວາງກ​ໍ​ໄດ້​ເຂົ້າ​ຮ່ວມ​ເຫດ​ການນີ້. ນະ​ທີ່ນີ້, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ ຫງວຽນ​ທິ​ກີມ​ເງິນ ອວຍ​ພອນ​ບັນ​ດາ ທ່ານ​ນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດ, ຫົວ​ຫນ້າ​ຜູ້​ຕາງ​ຫນ້າ​ບັນ​ດາ​ອົງ​ການ​ສາ​ກົນ​ ເນື່ອງ​ໃນ​ໂອ​ກາດ​ວັນ​ແມ່​ຍິງ​ສາ​ກົນ 8/3 ແລະ ປາດ​ຖະ​ຫນາ​ວ່າ ໃນ​ໄລ​ຍະ​ຈະ​ມາ​ເຖິງ, ກຸ່ມ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຍິງ ຈະ​ຊ​ຸກ​ຍູ້​ບັນ​ດາ​ການ​ເຄື່ອນ​ໄຫວ​ແທດ​ຈິງຫລາຍກວ່າ ດ້ວຍ​ລາຍ​ການ​ເຄື່ອນ​ໄຫວ​ໃຫມ່, ອຸ​ດົມ​ສົມ​ບູນ ແລະ ຫລາຍ​ຮູບ​ຫລາຍ​ແບບກວ່າ ເພື່ອ​ປະ​ກອບ​ສ່ວນ​ຍົກ​ສູງ​ບົດ​ບາດ​ຂອງ​ແມ່​ຍິງ​ຫວຽດ​ນາມ ກໍ​ຄື​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຍິງ ໃນ​ວິ​ວັດ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ, ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ, ຫັນ​ຄຳ​ເວົ້າ​ເປັນ​ຮູບ​ປະ​ທຳ, ຫັນ​ບັນ​ດາ​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ໃຫ້​ປະ​ກົດ​ຜົນ​ເປັ​ນ​ຈິງ.
        “ໂຊກດີ​ຫລາຍ​ເພາະ​ວ່າ ຮ່ວມ​ເດີນ​ທາງ​ກັບ​ຫວຽດ​ນາມ ຍາມ​ໃດ​ກໍ​ມີ​ການ​ຫນູນ​ຊ່ວຍ​ຂອງ​ປະ​ຊາ​ຄົມ​ສາ​ກົນ ຊື່ງ​ຕາງ​ຫນ້າ​ແມ່ນ​ບັນ​ດາ​ທ່ານ​ນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຍິງ, ຫົວ​ຫນ້າ​ຜູ້​ຕາ​ງ​ຫນ້າ​ບັນ​ດາ​ອົງ​ການ​ສາ​ກົນ​ຢູ່​ຫວຽດ​ນາມ. ຜ່ານນັ້ນ ຫວຽດ​ນາມ ໄດ້​ຮັບ​ບົດ​ຮຽນ​ຫລາຍ​ຢ່າງ​ຈາກ​ບັນ​ດາ​ປະ​ເທດ, ໄດ້​ຮັບ​ການ​ຫນູນ​ຊ່ວຍ​ທັງ​ແຫລ່ງ​ກຳ​ລັງ ແລະ ເຕັກ​ນິກ ເພື່ອ​ຊຸກ​ຍູ້​ວິ​ວັດ​ການ​ເຊື່ອມ​ໂຍງ, ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ​ສະ​ຫັດ​ສະ​ວັດ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ ແລະ ພວມ​ຮ່ວມ​ເດີນ​ທາງ​ກັບ​ຫວຽດ​ນາມ ມາ​ນະ​ພະ​ຍາ​ຍາມ​ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ​ພັດ​ທະ​ນາ​ຮອດ​ປີ 2030.”
(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບ ການນຳບັນດາປະເທດ, ອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 81

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບ ການນຳບັນດາປະເທດ, ອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 81

ວັນທີ 22 ກັນຍາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນ ນິວຢອກ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບການບັນດາ ປະເທດ ແລະ ອົງການຈັດຕັ້ງສາກົນ.

Top