• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ພົບປະກັບທ່ານນາຍົກລັດຖະມົນຕີ ເນປານ

      ຕອນບ່າຍວັນທີ 11 ພຶດສະພາ, ຢູ່ຫໍສະພາແຫ່ງຊາດຫວຽດນາມ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ມີການພົບປະກັບທ່ານນາຍົກລັດຖະມົນຕີເນປານ Prasad Sharma Oli.

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ແລະ ທ່ານນາຍົກລັດຖະມົນຕີເນປານ Prasad Sharma Oli
(ພາບ: baochinhphu.vn)
      ນະທີ່ນີ້ ສອງຝ່າຍໄດ້ສະແດງຄວາມເພິ່ງພໍໃຈເມື່ອເຫັນວ່າ ນັບແຕ່ເມື່ອສ້າງຕັ້ງການພົວພັນທາງການທູດ ໃນປີ 1975 ມາຮອດປັດຈຸບັນ, ການພົວພັນລະຫວ່າງຫວຽດນາມ - ເນປານ ໄດ້ພັດທະນາຢ່າງຈົບການ, ການພົວພັນດ້ານການເມືອງ, ການຕ່າງປະເທດ ນັບມື້ນັບພັດທະນາຢ່າງແຮງ. ຫວຽດນາມ ແລະ ເນປານ ໄດ້ແບ່ງປັນບັນດາທັດສະນະຄ້າຍຄືກັນ ກ່ຽວກັບປະຫວັດສາດ, ວັດທະນະທໍາ, ພິເສດແມ່ນພຸດທະສາສະໜາ. ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຊີ້ແຈ້ງວ່າ ສະພາແຫ່ງຊາດຫວຽດນາມ ສະໜັບສະໜູນ ແລະ ພ້ອມແລ້ວທີ່ຈະສ້າງກອບນິຕິກໍາອັນສະດວກ ເພື່ອແນໃສ່ຊຸກຍູ້ການຮ່ວມມືລະຫວ່າງສອງປະເທດ, ໂດຍສະເພາະ ແມ່ນຊຸກຍູ້ການປະຕິບັດໝາກຜົນທີ່ບັນລຸໄດ້ໃນການເຈລະຈາລະຫວ່າງນາຍົກລັດຖະມົນຕີສອງປະເທດ ແລະ ບັນດາຂໍ້ຕົກລົງຮ່ວມມືທີ່ບັນລຸໄດ້ໃນຂອບເຂດການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ. ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຖືວ່າ, ຖ້າຫາກມີສາຍການບິນສະດວກ, ແນ່ນອນວ່າ ຈະດຶງດູດແຂກທ່ອງທ່ຽວມາ ທ່ຽວຫວຽດນາມ ແລະ ເນປານ ເປັນຈໍານວນຫຼວງຫຼາຍ.
 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top