• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາງປະທານສະພາແຫ່ງຊາດຫງວຽນທິກິມເງິນຕ້ອນຮັບເອກອັກຄະລັດຖະທູດອິນເດຍ

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ຕີລາຄາສູງການຮ່ວມມືລະຫວ່າງ 2 ປະເທດຢູ່ບັນດາເວທີປາໄສສາກົນ ແລະ ພາກພື້ນ; ຂອບໃຈທັດສະນະຂອງອິນເດຍ ກ່ຽວກັບບັນຫາທະເລຕາເວັນອອກ.

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຕ້ອນຮັບເອກອັກຄະລັດຖະທູດອິນເດຍ

ຕອນເຊົ້າວັນທີ 28 ກຸມພາ, ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດອິນເດຍ Pranay Verma ເຂົ້າຢ້ຽມຂ່ຳນັບຕາມພິທີການທູດ ເນື່ອງໃນໂອກາດມາຮັບໜ້າທີ່ໃໝ່, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ເຊື້ອໝັ້ນວ່າ, ທ່ານເອກອັກຄະລັດຖະທູດຈະປະຕິບັດສຳເລັດໜ້າທີ່ໃນອາຍຸການດຳລົງຕຳແໜ່ງຂອງຕົນໄດ້ເປັນຢ່າງດີ, ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດ, ທ່ານນາງ ຫງວຽນທິກິມເງິນ ສະເໜີໃຫ້ທ່ານເອກອັກຄະລັດຖະທູດອິນເດຍ ດ້ວຍບົດບາດເປັນຂົວເຊື່ອມຕໍ່ລະຫວ່າງ 2 ປະເທດ, ຈະສືບຕໍ່ສົມທົບກັບບັນດາອົງການທີ່ມີໜ້າທີ່ຂອງທັງ 2 ຝ່າຍຊຸກຍູ້ການຮ່ວມມືໃນບາງຂົງເຂດຄື: ສືບຕໍ່ໜູນຊ່ວຍຫວຽດນາມ ຍົກສູງກຳລັງຄວາມສາມາດດ້ານປ້ອງກັນຊາດ; ຊຸກຍູ້ການຮ່ວມມືດ້ານການຄ້າ, ການລົງທຶນ, ວັດທະນະທຳ, ທ່ອງທ່ຽວ ແລະ ການພົວພັນແລກປ່ຽນປະຊາຊົນ…

          ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ຕີລາຄາສູງການຮ່ວມມືລະຫວ່າງ 2 ປະເທດຢູ່ບັນດາເວທີປາໄສສາກົນ ແລະ ພາກພື້ນ; ຂອບໃຈທັດສະນະຂອງອິນເດຍ ກ່ຽວກັບບັນຫາທະເລຕາເວັນອອກ ແລະ ສະເໜີໃຫ້ອິນເດຍ ມີສຽງເວົ້າຢ່າງແຮງກວ່າອີກ, ສະໜັບສະໜູນຫຼັກໝັ້ນຂອງຫວຽດນາມ ແລະ ອາຊຽນ ໃນບັນຫາດັ່ງກ່າວ.

          ສ່ວນທ່ານເອກອັກຄະລັດຖະທູດອິນເດຍ Pranay Verma ຢືນຢັນວ່າ, ຈະສືບຕໍ່ມີສຽງເວົ້າ, ສະໜັບສະໜູນຫຼັກໝັ້ນຂອງຫວຽດນາມ ແລະ ອາຊຽນ ກ່ຽວກັບບັນຫາທະເລຕາເວັນອອກ ໃຫ້ຖືກຕ້ອງຕາມກົດໝາຍສາກົນ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ບັນດາຂົງເຂດສອງປະເທດໃຫ້ບຸລິມະສິດຮ່ວມມືລວມມີ: ສ້າງນະໂຍບາຍໃຫ້ສົມບູນແບບ, ພັດທະນາພະລັງງານທົດແທນ, ຫັນຂະແໜງໄຟຟ້າເປັນດີຈີຕອນ, ຍົກສູງປະສິດທິຜົນໃນການນຳໃຊ້ພະລັງງານ, ຫັນຕາແໜ່ວງໄຟຟ້າເປັນທັນສະໄໝ.

Top