ຂ່າວສານ
ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ເປັນປະທານກອງປະຊຸມຄັ້ງທີ 1 ຄະນະຊີ້ນຳແຫ່ງຊາດ, ຄະນະຈັດຕັ້ງ AIPA 41
ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກີມເງິນ ກ່າວຄຳເຫັນທີ່ກອງປະຊຸມ
ພາບ:quochoi.vn
ກ່າວຄຳເຫັນທີ່ວາລະປະຊຸມ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກີມເງິນ ຖືວ່າ ເລື່ອງຈັດຕັ້ງກອງປະຊຸມຄັ້ງນີ້ ແມ່ນການສະແດງໃຫ້ເຫັນຄວາມເປັນເຈົ້າການຢ່າງຕັ້ງຫນ້າຂອງສະພາແຫ່ງຊາດຫວຽດນາມ ໃນການຜັນຂະຫຍາຍບັນດາການເຄື່ອນໄຫວເພື່ອຮັບບົດບາດເປັນປະທານ AIPA 41. ປີ 2020 ກໍ່ແມ່ນປີ ຊື່ງຫວຽດນາມ ຮັບຕຳແຫນ່ງເປັນປະທານ ອາຊຽນ. ສະນັ້ນ ຄະນະຊີ້ນຳ, ຄະນະຈັດຕັ້ງ AIPA 41ຈະສົມທົບຢ່າງແຫນ້ນແຟ້ນກັບຄະນະກຳມະການແຫ່ງຊາດ ອາຊຽນ 2020 ເພື່ອຈັດຕັ້ງບັນດາເຫດການໃຫຍ່ຂອງ AIPA 41 ແນໃສ່ເສີມຂະຫຍາຍບົດບາດແມ່ນສະມາຊິກຕັ້ງຫນ້າ, ເປັນເຈົ້າການ, ມີຄວາມຮັບຜິດຊອບ, ຊຸກຍູ້ວິວັດການຮ່ວມມືອາຊຽນ, ປະສານສົມທົບເພື່ອສ້າງ AIPA ກາຍເປັນອົງການແຫນ້ນແຟ້ນ, ເຄື່ອນໄຫວຢ່າງມີປະສິດທິຜົນ, ຕອບສະຫນອງຜົນປະໂຫຍດຂອງບັນດາລັດຖະສະພາສະມາຊິກ.
(ແຫຼ່ງຄັດຈາກ VOV)