• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຕ້ອນຮັບເອກອັກຄະລັດຖະທູດ ຍີ່ປຸ່ນ ແລະ ກຳປູເຈຍ

ປະຈຸບັນ ຫວຽດນາມ ພວມມານະພະຍາຍາມຟື້ນຟູພື້ນຖານເສດຖະກິດ ແລະ ລັດຖະບານ ຍີ່ປຸ່ນ ຈະຮຽງບ່າຮຽງໄຫລ່ເພື່ອຫນູນຊ່ວຍ ຫວຽດນາມ.


ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກີມເງິນ ຕ້ອນຮັບເອກອັກຄະລັດຖະທູດ ຍີ່ປຸ່ນ Yamada Takio.

ພາບ:TTXVN


ຕອນບ່າຍວັນທີ 30 ມິຖຸນາ ຢູ່ ສຳນັກງານສະພາແຫ່ງຊາດ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ຍີ່ປຸ່ນ Yamada Takio. ກ່າວຄຳເຫັນນະທີ່ນີ້ ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຢືນຢັນວ່າ ຍາມໃດຫວຽດນາມ ກໍ່ຖືຍີ່ປຸ່ນ ແມ່ນຄູ່ຮ່ວມມືສຳຄັນແຖວຫນ້າ ຍາວນານ ພ້ອມທັງປາດຖະຫນາຢາກສືບຕໍ່ພ້ອມກັບ ຍີ່ປຸ່ນ ເຮັດໃຫ້ການພົວພັນ “ຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ ເລິກເຊິ່ງກວ້າງຂວາງກວ່າອີກເພື່ອສັນຕິພາບ ແລະ ວັດທະນາຖາວອນຢູ່ ອາຊີ”

ທ່ານເອກອັກຄະລັດຖະທູດ ຍີ່ປຸ່ນ ອວຍພອນຫວຽດນາມ ປ້ອງກັນ ຄວບຄຸມໂລກລະບາດໂຄວິດ 19 ເປັນຢ່າງດີ ແລະ ຖືວ່າ ພາຍຫລັງຜົນສຳເລັດນີ້ ບັນດານັກລົງທຶນໃນໂລກຈະສົນໃຈເຂົ້າມາລົງທຶນຢູ່ຫວຽດນາມ. ປະຈຸບັນ ຫວຽດນາມ ພວມມານະພະຍາຍາມຟື້ນຟູພື້ນຖານເສດຖະກິດ ແລະ ລັດຖະບານ ຍີ່ປຸ່ນ ຈະຮຽງບ່າຮຽງໄຫລ່ເພື່ອຫນູນຊ່ວຍຫວຽດນາມ.


ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ ຕ້ອນຮັບທ່ານ Chay Navuth ເອກອັກຄະລັດຖະທູດ ກຳປູເຈຍ ປະຈຳ ຫວຽດນາມ. ພາບ:TTXVN


ຕອນບ່າຍວັນດຽວກັນ, ກ່າວຄຳເຫັນທີ່ການຕ້ອນຮັບທ່ານ Chay Navuth ເອກອັກຄະລັດຖະທູດ ກຳປູເຈຍ ປະຈຳຫວຽດນາມ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນສະເຫນີໃຫ້ສອງຝ່າຍຍູ້ແຮງການໂຄສະນາເພື່ອຍົກສູງຄວາມຮັບຮູ້ຂອງປະຊາຊົນສອງປະເທດ, ເປັນຕົ້ນແມ່ນໄວຫນູ່ມເພື່ອປັບປຸງພື້ນຖານການພົວພັນລະຫວ່າງສອງປະເທດ ຫວຽດນາມ ແລະ ກຳປູເຈຍ ໃຫ້ໝັ້ນຄົງກວ່າ.

(ແຫຼ່ງຄັດຈາກ VOV)

ການ​​ຕ່າງ​ປະ​ເທດ ປີ 2025: ເປັນ​ເຈົ້າ​ການ​ສ້າງ​ທີ່​ຕັ້ງ​ຍຸດ​ທະ​ສາດ​ໃໝ່

ການ​​ຕ່າງ​ປະ​ເທດ ປີ 2025: ເປັນ​ເຈົ້າ​ການ​ສ້າງ​ທີ່​ຕັ້ງ​ຍຸດ​ທະ​ສາດ​ໃໝ່

ປີ 2025 ໄດ້ອັດລົງດ້ວຍຫຼາຍບາດກ້າວເດີນສຳຄັນໃນວຽກງານການຕ່າງປະເທດຂອງ ຫວຽດນາມ, ສະແດງໃຫ້ເຫັນຄວາມເປັນເຈົ້າການ, ມີໄຫວພິບ ແລະ ວິໄສທັດຍຸດທະສາດໃນສະພາບການສາກົນທີ່ເຕັມໄປດ້ວຍການຜັນແປ. ພຽງໃນປີດຽວ, ຫວຽດນາມ ບໍ່ພຽງແຕ່ສາມາດປັບປຸງສາຍພົວພັນມິດຕະພາບເທົ່ານັ້ນ ຫາກຍັງເປີດກວ້າງຜົນກະທົບ, ຍົກສູງທີ່ຕັ້ງໃນເວທີສາກົນ.

Top