ຂ່າວສານ
ທ່ານ ເລແທ່ງລອງ, ຮອງນາຍົກລັດຖະມົນຕີ ເປັນປະທານເວທີປາໄສເສດຖະກິດ ຫວຽດນາມ - Kansai ຢູ່ EXPO Osaka 2025, ຍີ່ປຸ່ນ
ໂດຍສືບຕໍ່ບັນດາການເຄື່ອນໄຫວໃນການຢ້ຽມຢາມ ແລະ ເຮັດວຽກຢູ່ ຍີ່ປຸ່ນ, ຕອນບ່າຍວັນທີ 09 ກັນຍາ, ທ່ານ ເລແທ່ງລອງ, ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ເຂົ້າຮ່ວມ ແລະ ເປັນປະທານເວທີປາໄສເສດຖະກິດ ຫວຽດນາມ - Kansai ໃນບັນດາເຫດການ “ວັນແຫ່ງຊາດ ຫວຽດນາມ” ຢູ່ທີ່ EXPO Osaka 2025. ດ້ວຍຫົວຂໍ້ “ຮ່ວມມືສ້າງອະນາຄົດ, ເຊື່ອມຕໍ່ລະບົບມູນຄ່າທົ່ວໂລກ”, ເວທີປາໄສໄດ້ດຶງດູດການເຂົ້າຮ່ວມຂອງຜູ້ຕາງໜ້າວິສາຫະກິດ ຍີ່ປຸ່ນ 150 ແຫ່ງ ແລະ ວິສາຫະກິດ ຫວຽດນາມ 50 ແຫ່ງ.
ກ່າວຄຳເຫັນໄຂເວທີປາໄສ, ທ່ານ ຟ້າມກວາງຮ້ຽວ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຍີ່ປຸ່ນ, ເນັ້ນໜັກວ່າ:
“ນີ້ບໍ່ພຽງແຕ່ແມ່ນໂອກາດເພື່ອໃຫ້ ຫວຽດນາມ ໂຄສະນາ, ແຜ່ຂະຫຍາຍພາບພົດຂອງ ຫວຽດນາມ ປ່ຽນແປງໃໝ່, ຂະຫຍັນຂັນເຄື່ອນ, ເຊື່ອມໂຍງຢ່າງເລິກເຊິ່ງຕໍ່ເພື່ອນມິດສາກົນເທົ່ານັ້ນ, ຫາກຍັງແມ່ນໂອກາດເພື່ອຊຸກຍູ້ການແລກປ່ຽນດ້ານການເມືອງ, ວັດທະນະທຳ ແລະ ເປີດກວ້າງການຮ່ວມມືດ້ານເສດຖະກິດກັບ ຍີ່ປຸ່ນ ກໍຄືກັບເພື່ອນມິດສາກົນອີກດ້ວຍ. ຂ້າພະເຈົ້າເຊື່ອໝັ້ນວ່າ, ເວທີປາໄສຈະສ້າງກຳລັງໜູນໃໝ່ເພື່ອຊຸກຍູ້ການພົວພັນແລກປ່ຽນ, ການຮ່ວມມືລະຫວ່າງ Kansai ແລະ ຫວຽດນາມ ໃຫ້ນັບມື້ນັບເລິກເຊິ່ງ, ກວ້າງຂວາງ ແລະ ໜັກແໜ້ນກວ່າ”.
ສ່ວນທ່ານ Takashima Tomohiro, ຮອງປະທານຝ່າຍບໍລິຫານອົງການສົ່ງເສີມການຄ້າ ຍີ່ປຸ່ນ (JETRO) ໃຫ້ຮູ້ວ່າ: ດ້ວຍທ່າແຮງມີປະຊາກອນກວ່າ 100 ລ້ານຄົນ ແລະ GDP ຄິດສະເລ່ຍຕໍ່ຫົວຄົນບັນລຸເກືອບ 5.000 USD, ຫວຽດນາມ ແມ່ນຕະຫຼາດບໍລິໂພກທີ່ມີຄວາມສາມາດບົ່ມຊ້ອນ. ທ່ານ Takashima Tomohiro, ເນັ້ນໜັກວ່າ:
“ປະຈຸບັນ, ມີ 56% ວິສາຫະກິດ ຍີ່ປຸ່ນ ຢູ່ ຫວຽດນາມ ມີແຜນການເພີ່ມເງິນລົງທຶນ ແລະ ເປີດກວ້າງການດຳເນີນທຸລະກິດໃນເວລາ 1 ປີຈະມາເຖິງ. ບັນດາວິສາຫະກິດ ຍີ່ປຸ່ນ ຍາມໃດກໍ່ຕີລາຄາສູງສະພາບແວດລ້ອມແຫ່ງການລົງທຶນຢູ່ ຫວຽດນາມ. ແຕ່ລະປີ, JETRO ໄດ້ຮັບ ແລະ ໃຫ້ການທາບທາມຄວາມເຫັນຂອງວິສາຫະກິດກວ່າ 4.000 ແຫ່ງທີ່ຢາກລົງທຶນເຂົ້າ ຫວຽດນາມ. ນີ້ແມ່ນຕົວເລກສູງທີ 3 ໃນຈຳນວນບັນດາປະເທດໃນໂລກ ແລະ ສູງທີ່ສຸດໃນ ອາຊຽນ”.
ກ່າວຄຳເຫັນສະຫຼຸບເວທີປາໄສ, ທ່ານ ເລແທ່ງລອງ, ຮອງນາຍົກລັດຖະມົນຕີ ຢືນຢັນວ່າ, ລັດຖະບານ ຫວຽດນາມ ໄດ້ສ້າງທຸກເງື່ອນໄຂສະດວກໃຫ້ແກ່ວິສາຫະກິດ, ນັກລົງທຶນຕ່າງປະເທດທີ່ມາຮ່ວມມື, ລົງທຶນຢ່າງສະຖຽນລະພາບ, ຍາວນານຢູ່ ຫວຽດນາມ, ໃນນັ້ນມີວິສາຫະກິດ ຍີ່ປຸ່ນ.