ຂ່າວສານ
ທ່ານ ເລືອງເກື່ອງ, ປະທານປະເທດ ຫວຽດນາມ ພົບປະສົນທະນາກັບທ່ານ Vladimir Putin, ປະທານາທິບໍດີ ລັດເຊຍ
ຕອນບ່າຍວັນທີ 03 ກັນຍາ, ເນື່ອງໃນໂອກາດເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງໄຊຊະນະ ຟາດຊິດ ຂອງປະຊາຊົນໂລກ ແລະ ເຮັດວຽກຢູ່ ປັກກິ່ງ, ປະເທດ ຈີນ, ທ່ານ ເລືອງເກື່ອງ, ປະທານປະເທດ ຫວຽດນາມ ໄດ້ພົບປະສົນທະນາກັບທ່ານ Vladimir Putin, ປະທານາທິບໍດີສະຫະພັນ ລັດເຊຍ.
ທີ່ການພົບປະສົນທະນາ, ການນຳ 2 ທ່ານໄດ້ເຫັນດີປັບປຸງການພົວພັນດ້ານການເມືອງ - ການທູດອັນດີງາມລະຫວ່າງ ຫວຽດນາມ ແລະ ສະຫະພັນ ລັດເຊຍ; ຜັນຂະຫຍາຍບັນດາຂໍ້ຕົກລົງທີ່ບັນລຸໄດ້ໃນການຢ້ຽມຢາມ ຫວຽດນາມ ທາງລັດຖະກິດຂອງທ່ານ Vladimir Putin, ປະທານາທິບໍດີ ລັດເຊຍ ໃນເດືອນ ມິຖຸນາ ປີ 2024 ແລະ ການຢ້ຽມຢາມ ລັດເຊຍ ຢ່າງເປັນທາງການຂອງທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໃນເດືອນ ພຶດສະພາ 2025 ຢ່າງມີປະສິດທິຜົນ; ເພີ່ມທະວີການພົບປະແລກປ່ຽນຄະນະຜູ້ແທນ, ໂດຍສະເພາະແມ່ນຄະນະຜູ້ແທນຂັ້ນສູງ. 2 ຝ່າຍກໍ່ເນັ້ນໜັກເຖິງຄວາມຕັດສິນໃຈຍົກລະດັບການພົວພັນດ້ານເສດຖະກິດ - ການຄ້າ, ການລົງທຶນ; ຕັ້ງໜ້າຜັນຂະຫຍາຍ, ປະຕິບັດແຜນການສັງລວມກ່ຽວກັບການຮ່ວມມື ຫວຽດນາມ - ລັດເຊຍ ຮອດປີ 2030.
2 ຝ່າຍກໍ່ເຫັນດີເພີ່ມທະວີການຮ່ວມມືໃນຂົງເຂດປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການຮ່ວມມືດ້ານການທະຫານ, ຄົ້ນຄວ້າວິທະຍາສາດທະເລ, ຄວາມປອດໄພທາງເຄືອຂ່າຍອິນເຕີເນັດ, ການຄວບຄຸມອິນເຕີເນັດດາວທຽມ, ຊຸກຍູ້ການຮ່ວມມືໃນຂົງເຂດສາທາລະນະສຸກ, ການສຶກສາ - ບຳລຸງສ້າງ, ຄົມມະນາຄົມຂົນສົ່ງ, ການທ່ອງທ່ຽວ… ພ້ອມກັນນັ້ນ, ກໍ່ສືບຕໍ່ເພີ່ມທະວີການສົມທົບກັນ, ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສສາກົນ ແລະ ພາກພື້ນທີ່ສຳຄັນ, ໂດຍສະເພາະແມ່ນສະຫະປະຊາຊາດ ແລະ ອາຊຽນ.