ຂ່າວສານ
ທ່ານ ເລືອງເກື່ອງ ປະທານປະເທດ ດຳເນີນການພົບປະສົນທະນາກັບທ່ານ ສີຈິ້ນຜິງ, ເລຂາທິການໃຫຍ່, ປະທານປະເທດ ຈີນ
ຕອນເຊົ້າວັນທີ 04 ກັນຍາ, ຢູ່ ປັກກິ່ງ, ປະເທດ ຈີນ, ເນື່ອງໃນໂອກາດເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະ ຟາດຊິດ ຂອງປະຊາຊົນໂລກ ແລະ ເຮັດວຽກຢູ່ ຈີນ, ທ່ານ ເລືອງເກື່ອງ, ປະທານປະເທດ ຫວຽດນາມ ໄດ້ດຳເນີນການພົບປະສົນທະນາກັບທ່ານ ສີຈິ້ນຜິງ, ເລຂາທິການໃຫຍ່, ປະທານປະເທດ ຈີນ.
ເມື່ອແລກປ່ຽນກ່ຽວກັບບັນດາທິດທາງຮ່ວມມືໃນໄລຍະຈະມາເຖິງ, ທ່ານ ເລືອງເກືອງ, ປະທານປະເທດ ສະເໜີໃຫ້ 2 ຝ່າຍສືບຕໍ່ຍົກສູງປະສິດທິຜົນການພົວພັນແລກປ່ຽນຄົ້ນຄວ້າທິດສະດີ; ຊຸກຍູ້ການຮ່ວມມືຢ່າງແທດຈິງ, ດ້ວຍບັນດາຂົງເຂດຈຸດສຸມແມ່ນ ວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ, ຊຸກຍູ້ການຮ່ວມມືດ້ານເສດຖະກິດ - ການຄ້າ, ການສຶກສາ… ພ້ອມກັນນັ້ນ, 2 ຝ່າຍຕ້ອງເພີ່ມທະວີການຈັດການເຄື່ອນໄຫວພົວພັນແລກປ່ຽນປະຊາຊົນ ເພື່ອໃຫ້ປະຊາຊົນ 2 ປະເທດ, ໂດຍສະເພາະແມ່ນລຸ້ນໜຸ່ມມີຄວາມເຂົ້າໃນຫຼາຍກວ່າກ່ຽວກັບມູນເຊື້ອມິດສະພາບ ຫວຽດນາມ - ຈີນ. ກ່ຽວກັບບັນຫາທາງທະເລ, ທ່ານ ເລືອງເກື່ອງ, ປະທານປະເທດ ໄດ້ເນັ້ນໜັກວ່າ, 2 ຝ່າຍຕ້ອງມານະພະຍາຍາມຄວບຄຸມ ແລະ ແກ້ໄຂຄວາມບໍ່ລົງລອຍກັນໃຫ້ເປັນຢ່າງດີກວ່າ, ວາງຕົນເອງເຂົ້າທີ່ຕັ້ງຂອງກັນ, ເຄົາລົບຜົນປະໂຫຍດອັນຊອບທຳ, ສອດຄ່ອງກັບກົດໝາຍຂອງກັນ, ສອດຄ່ອງກັບກົດໝາຍສາກົນ ແລະ ສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982.
ໂດຍຕີລາຄາສູງຕໍ່ບັນດາຂໍ້ສະເໜີຂອງທ່ານ ເລືອງເກື່ອງ, ປະທານປະເທດ ຫວຽດນາມ, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດ ຈີນ ໄດ້ເຫັນດີເພີ່ມທະວີການແລກປ່ຽນບົດຮຽນໃນການກໍ່ສ້າງພັກ ແລະ ຄຸ້ມຄອງປະເທດ; ເພີ່ມທະວີການຮ່ວມມືໃນຂົງເຂດຫາກໍ່ພົ້ນເດັ່ນ, ສືບຕໍ່ຜັນຂະຫຍາຍບັນດາການເຄື່ອນໄຫວໃນປີພົບປະແລກປ່ຽນປະຊາຊົນ ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດໃຫ້ເປັນຢ່າງດີ… ເພື່ອນຳມາເຊິ່ງຜົນປະໂຫຍດອັນແທດຈິງໃຫ້ແກ່ປະຊາຊົນ 2 ປະເທດ.