ແລະ ເປັນປະທານຮ່ວມການສົນທະນາຍຸດທະສາດ ຫວຽດນາມ - ສິງກະໂປ ຄັ້ງທີ 1 ລະຫວ່າງພັກກອມມູນິດ ຫວຽດນາມ ແລະ ພັກກະທຳເພື່ອປະຊາຊົນ ສິງກະໂປ, ເຊິ່ງຈັດຂຶ້ນໃນລະຫວ່າງວັນທີ 24 – 25 ສິງຫາ, ຕາມຄຳເຊີນຂອງຄະນະບໍລິຫານງານສູນກາງພັກກະທຳເພື່ອປະຊາຊົນ ສິງກະໂປ.
ການປະຕິບັດງານຢູ່ ສິງກະໂປ ຂອງທ່ານຜູ້ປະຈຳການຄະນະເລຂາທິການ ເຈິ່ນເກີ້ມຕູ໋ ມີຄວາມໝາຍພິເສດ ດ້ວຍບັນດາຂີດໝາຍທຳອິດ, ນັ້ນແມ່ນ: ນີ້ແມ່ນຄັ້ງທຳອິດທີ່ຜູ້ປະຈຳການ ຄະນະເລຂາທິການ ພັກກອມມູນິດ ຫວຽດນາມ ຢ້ຽມຢາມ ສິງກະໂປ ຢ່າງເປັນທາງການ. ນີ້ກໍ່ແມ່ນກອງປະຊຸມຄັ້ງທຳອິດຂອງກົນໄກການສົນທະນາຍຸດທະສາດ ຫວຽດນາມ - ສິງກະໂປ ທີ່ການນຳສອງປະເທດຫາກໍ່ເປັນເອກະພາບກັນສ້າງຕັ້ງໃນການຢ້ຽມຢາມທາງລັດຖະກິດ ສິງກະໂປ ຂອງທ່ານ ໂຕເລີມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໃນເດືອນ ພຶດສະພາ ຜ່ານມາ. ປະຈຸບັນ, ຫວຽດນາມ ແມ່ນປະເທດ ອາຊີຕາເວັນອອກສ່ຽງໃຕ້ ທຳອິດທີ່ມີກົນໄກຄ້າຍຄືກັນກັບພັກກະທຳເພື່ອປະຊາຊົນ ສິງກະໂປ






