• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ ເຈິ່ນກວກເວື້ອງ ຜູ້ປະຈໍາການຄະນະເລຂາ ພົບປະກັບປະທານສະພາແຫ່ງຊາດລາວ

ໃນຂອບເຂດການຢ້ຽມຢາມລາວ ຢ່າງເປັນທາງການ, ໃນວັນທີ 9 ຕຸລາ, ທ່ານ ເຈິ່ນກວກເວື້ອງ ຜູ້ປະຈໍາການຄະນະເລຂາສູນກາງພັກກອມມູນິດຫວຽດນາມ ໄດ້ມີການພົບປະກັບທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດລາວ.

ທ່ານ ເຈິ່ນກວກເວື້ອງ ຜູ້ປະຈໍາການຄະນະເລຂາສູນກາງພັກກອມມູນິດຫວຽດນາມພົບປະກັບທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດລາວ (ພາບ:Pham Kien/TTXVN)

ນະທີ່ນີ້, ທ່ານ ເຈິ່ນກວກເວື້ອງ ໄດ້ແຈ້ງໃຫ້ຊາບ ສະພາບການຫວຽດນາມໂດຍສັງເຂບໃນໄລຍະມໍ່ໆມານີ້ ແລະໝາກຜົນຂອງການເຈລະຈາລະຫວ່າງຄະນະຜູ້ແທນຂັ້ນສູງ ຫວຽດນາມ - ລາວ. ພ້ອມທັງປາດຖະໜາວ່າ ສະພາແຫ່ງຊາດສອງປະເທດ ກໍຄືບັນດາຄະນະກໍາມະການຂອງສະພາແຫ່ງຊາດ ເພີ່ມທະວີການຮ່ວມມື, ແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນນໍາກັນ; ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສສາກົນ, ພາກພື້ນ, ກໍຄືບັນດາກົນໄກການຮ່ວມມືອະນຸພາກພື້ນ,ເພີ່ມທະວີນໍ້າໃຈສາມັກຄີ, ເສີມຂະຫຍາຍບົດບາດໃຈກາງຂອງອາຊຽນ ແລະ ສຽງເວົ້າລວມຂອງ ອາຊຽນໃນບັນດາບັນຫາຍຸດທະສາດຂອງພາກພື້ນ. ທ່ານ ເຈິ່ນກວກເວື້ອງ ກໍສະເໜີໃຫ້ທ່ານນາງ ປານີ ຢາທໍ່ຕູ້  ສືບຕໍ່ເອົາໃຈໃສ່, ຊີ້ນໍາສະພາແຫ່ງຊາດລາວ ພິຈາລະນາ ແລະສະໜັບສະໜູນບັນດາການປ່ຽນແປງ, ເພີ່ມເຕີມເນື້ອໃນທີ່ຈໍາເປັນກ່ຽວກັບກົນໄກ, ນະໂຍບາຍ ແລະ ນິຕິກໍາ ເພື່ອຍູ້ແຮງການຮ່ວມມືໃນດ້ານການຄ້າ, ການລົງທຶນລະຫວ່າງສອງປະເທດ.

        ໃນໄລຍະຢ້ຽມຢາມຢູ່ລາວ, ທ່ານ ເຈິ່ນກວກເວື້ອງ ກໍ່ໄດ້ໄປຢ້ຽມຢາມ ທ່ານ ຈູມມະລີ ໄຊຍະສອນ ອະດີດເລຂາທິການໃຫຍ່, ອະດີປະທານປະເທດ ລາວ; ຢ້ຽມຢາມ ແລະ ເຮັດວຽກກັບພະນັກງານສະຖານທູດຫວຽດນາມ ປະຈໍາ ລາວ; ຢ້ຽມຢາມ ກິດຈະກໍາກໍ່ສ້າງ ຫໍສະພາແຫ່ງຊາດລາວ ແລະ ທະນາຄານ ການຄ້າຕ່າງປະເທດ ຫວຽດນາມ ຈໍາກັດ ປະຈໍາ ລາວ.

(ແຫຼ່ງຄັດຈາກ VOV)


ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top