• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ ຫງວຽນ​ຊ​​ວັນ​ຟ​ຸກ ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຫວຽດ​ນາມ ​ເຂົ້າ​ຮ່ວມ​ ​ງານ​ບຸນ ດອກ​ຝ​າ​ງແດງ​ - ຫ໋າຍ​ຟ່ອງ​ປີ 2019

ງານບຸນ ດອກຝາງແດງ - ຫ໋າຍຟ່ອງ ປີ 2019ໄດ້ຕິດພັນກັບການສະເຫຼີມສະຫຼອງ 64 ປີແຫ່ງວັນປົດປ່ອຍນະຄອນ ຫ໋າຍຟ່ອງ (13 ພຶດສະພາ 1955 – 13 ພຶດສະພາ 2019). 

ທ່ານ ຫງວຽນຊວັນຟຸກ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເຂົ້າຮ່ວມງານບຸນ ດອກຝາງແດງ - ຫ໋າຍຟ່ອງ ປີ 2019

ຕອນບ່າຍວັນທີ 10 ພຶດສະພາ, ຢູ່ນະຄອນ ຫ໋າຍຟ່ອງ, ທ່ານ ຫງວຽນຊວັນຟຸກ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເຂົ້າຮ່ວມງານບຸນ ດອກຝາງແດງ - ຫ໋າຍຟ່ອງ ປີ 2019 ດ້ວຍຫົວຂໍ້ວ່າ: ຫ໋າຍຟ່ອງ - ຈຸດນັດພົບສຳເລັດຜົນ. ນີ້ແມ່ນຄັ້ງທີ 8 ທີ່ນະຄອນ ຫ໋າຍຟ່ອງຈັດຕັ້ງເຫດການນີ້ ແລະ ປີນີ້, ງານບຸນໄດ້ດຳເນີນໃນລະຫວ່າງວັນທີ 10 – 13 ພຶດສະພາ.

        ງານບຸນ ດອກຝາງແດງ - ຫ໋າຍຟ່ອງ ປີ 2019ໄດ້ຕິດພັນກັບການສະເຫຼີມສະຫຼອງ 64 ປີແຫ່ງວັນປົດປ່ອຍນະຄອນ ຫ໋າຍຟ່ອງ (13 ພຶດສະພາ 1955 – 13 ພຶດສະພາ 2019). ສານຂອງ ຫົວຂໍ້: “ຫ໋າຍຟ່ອງ - ຈຸດນັດພົບສຳເລັດຜົນ” ເປັນການຢັ້ງຢືນເຖິງຄວາມບຸກທະລຸຢ່າງຮອບດ້ານຂອງນະຄອນຫ໋າຍຟ່ອງໃນບັນດາຂົງເຂດ; ສະພາບແວດລ້ອມການລົງທຶນທີ່ປອດໂປ່ງ, ໂປງໃສ, ຄວາມສະຫງົບມີສະຖຽນລະພາບທາງການເມືອງທີ່ ແລະ ທີ່ມີຄວາມເປັນລະບຽບຮຽບຮ້ອຍແລະ ປອດໄພທາງສັງຄົມ, ແມ່ນຈຸດນັດພົບທີ່ ເປັນມິດ, ປອດໄພ, ສຳເລັດຜົນໃຫ້ແກ່ນັກລົງທຶນ.

(ແຫຼ່ງຄັດຈາກ VOV)


ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ໃນ 10 ເດືອນຜ່ານມາ, ນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນເກືອບ 6,6 ລ້ານເທື່ອຄົນ, ເພີ່ມຂຶ້ນ 18% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສະເພາະເດືອນຕຸລາ, ນະຄອນດັ່ງກ່າວຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 705.000 ເທື່ອຄົນ, ເພີ່ມຂຶ້ນ 19% ເມື່ອທຽບໃສ່ໄລຍະດຽວກັນ ແລະ ຕ້ອນຮັບແຂກທ່ອງທ່ຽວພາຍໃນປະເທດ 3,9 ລ້ານເທື່ອຄົນ.

Top