• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ ນາງ ຮອງປະທານປະເທດ ຫວຽດນາມ ດັ້ງທິຫງ້ອກທິງ ສືບຕໍ່ການຢ້ຽມຢາມ Litva

      ໂດຍສືບຕໍ່ການຢ້ຽມຢາມ ແລະ ເຮັດວຽກຢູ່ ສາທາລະນະລັດ Litva ແຕ່ວັນທີ 22-24 ຕຸລາ, ວັນທີ 23 ຕຸລາ, ທ່ານ ນາງ ຮອງປະທານປະເທດ ຫວຽດນາມ ດັ້ງທິຫງ້ອກທິງ ໄດ້ມີການເຮັດວຽກກັບ ທ່ານນາຍົກລັດຖະມົນຕີ Litva Saulius Skvernelis.

 ທ່ານນາງຮອງປະທານປະເທດດັ້ງທິຫງ້ອກທິງ ສືບຕໍ່ການຢ້ຽມຢາມ Litva
(ພາບ: TTXVN)
      ທີ່ການເຮັດວຽກ, ທ່ານ ນາງ ຮອງປະທານປະເທດ ດັ້ງທິຫງ້ອກທິງ ໄດ້ສະເໜີໃຫ້ ສອງຝ່າຍສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວສົ່ງເສີມການຄ້າເພື່ອແນໃສ່ໜູນຊ່ວຍວິສາຫະກິດຊອກຫາກາລະໂອກາດຮ່ວມມືຢູ່ຕະຫຼາດຂອງກັນ ແລະ ກັນ; ພ້ອມທັງສະເໜີ ລັດຖະບານ Litva ສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດ ຫວຽດນາມ ສົ່ງບັນດາປະເພດສິນຄ້າ ຫວຽດນາມ ທີ່ມີທ່າແຮງໄດ້ອອກຂາຍຢູ່ກັບຕະຫຼາດ Litva ແລະ ບັນດາປະເທດເຂດ Bantic; ທ່ານ ນາງ ຮອງປະທານປະເທດ ຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່ຈະເປັນຂົວຕໍ່ຊ່ວຍເຫຼືອ Litva ໄດ້ສຳຜັດກັບຕະຫຼາດບັນດາປະເທດ ອາຊຽນ. ສ່ວນ ທ່ານນາຍົກລັດຖະມົນຕີ Saulius Skvernelis ຢັ້ງຢືນວ່າ ລັດຖະບານ Litva ຖືເປັນສຳຄັນການພົວພັນຮ່ວມມືກັບ ຫວຽດນາມ ຢ່າງຍິ່ງ ແລະ ປາຖະໜາຢາກເພີ່ມທະວີການພົວພັນແລກປ່ຽນປະຊາຊົນ, ພົວພັນແລກປ່ຽນວັດທະນະທຳ ແລະ ການຮ່ວມມືດ້ານທ່ອງທ່ຽວ, ສຶກສາ-ບຳລຸງສ້າງ ກັບ ຫວຽດນາມ. ການນຳສອງຝ່າຍເຫັນດີເປັນເອກະພາບນຳເສດຖະກິດ-ການຄ້າ-ການລົງທຶນ ກາຍເປັນບຸລິມະສິດໃນການຮ່ວມມືສອງຝ່າຍ; ໃຫ້ຄຳເໝັ້ນສັນຍາວ່າ ຈະຜັນຂະຫຍາຍການເຈລະຈາ, ລົງນາມໃນບາງສັນຍາແມ່ເພື່ອສ້າງຂອບເຂດນິຕິກຳຊຸກຍູ້ການຮ່ວມມືໂດຍໄວ; ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະ ໜູນຊ່ວຍເຊິ່ງກັນ ແລະ ກັນ ຢູ່ບັນດາກົນໄກ ແລະ ເວທີປາໄສຫຼາຍຝ່າຍຄື: ສະຫະປະຊາຊາດ, UNESCO ແລະ ເວທີປາໄສ ອາຊີ - ເອີຣົບ (ASEM).
(ແຫຼ່ງຄັດຈາກ VOV)

ການ​ເຈ​ລະ​ຈາ​ຢຸດ​ຍິງ​ຢູ່​ເຂດ​ກາ​ຊາ ໄດ້​ຮັບ​ການ​ຍູ້​ແຮງ

ການ​ເຈ​ລະ​ຈາ​ຢຸດ​ຍິງ​ຢູ່​ເຂດ​ກາ​ຊາ ໄດ້​ຮັບ​ການ​ຍູ້​ແຮງ

ທ່ານ Ibrahim Kalin ຜູ້ອຳນວຍການອົງການສືບຂ່າວແຫ່ງຊາດ ຕວັກກີ ໄດ້ມີການປຶກສາຫາລືຢູ່ນະຄອນ ອານກາຣາ ກັບຄະນະຜູ້ແທນຂັ້ນສູງຂອງຂະບວນການອິດສະລາມ ຮາມາດໂດຍທ່ານ Muhammad Darwish ນຳໜ້າ.

Top