• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທົ່ວ​ໂລກ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ Covid – 19 ຫຼາຍກ່​ວາ 10 ລ້​ານ​ຄົນ

ອາເມລິກາແມ່ນປະເທດມີຈຳນວນຜູ້ຕິດເຊື້ອຫຼາຍທີ່ສຸດ (2.636.550 ຄົນ) ແລະ ຈຳນວນຜູ້ເສຍຊີວິດຫຼາຍທີ່ສຸດ (128.436 ຄົນ). ບຣາຊີນໄດ້ຢັ້ງຢືນວ່າແມ່ນປະເທດມີຈຳນວນຜູ້ເສຍຊີວິດຍ້ອນໂລກລະບາດ Covid – 19 ຫຼາຍອັນດັບທີສອງໃນໂລກ ດ້ວຍ 57.658 ຄົນເສຍຊີວິດ.


ຫວຽດນາມ ບໍ່ມີຜູ້ຕິດເຊື້ອພະຍາດ Covid – 19 ໃນຊຸມຊົນໃນຮອບເວລາ 74 ມືີ້ຢ່າງລຽນຕິດ

(ພາບ: ກະຊວງສາທາລະນະສຸກ)


ຕາມເວັບໄຊສະຖິຕິ worldometers.info , ໄລ່ຮອດເວລາ 7 ໂມງ 30 ນາທີ ຕອນເຊົ້າວັນທີ 29 ມິຖຸນາ (ຕາມເວລາ ຫວຽດນາມ), ທົ່ວໂລກມີຈຳນວນຜູ້ເສຍຊີວິດຍ້ອນໂລກລະບາດ Covid – 19 ຫຼາຍກ່ວາ 500.000 ຄົນ, ໃນນັ້ນມີ 2/3 ແມ່ນບັນດາຜູ້ຕິດເຊື້ອຢູ່ອາເມລິກາ ແລະ ເອີລົບ. ລະອຽດ, ຈຳນວນຜູ້ເສຍຊີວິດຍ້ອນໂລກລະບາດ Covid – 19 ໃນທົ່ວໂລກແມ່ນ 504.075 ຄົນ ໃນຈຳນວນ ຜູ້ຕິດເຊື້ອພະຍາດ ທັງໝົດ 10.237.543 ຄົນ.

ອາເມລິກາແມ່ນປະເທດມີຈຳນວນຜູ້ຕິດເຊື້ອຫຼາຍທີ່ສຸດ (2.636.550 ຄົນ) ແລະ ຈຳນວນຜູ້ເສຍຊີວິດຫຼາຍທີ່ສຸດ (128.436 ຄົນ). ບຣາຊີນໄດ້ຢັ້ງຢືນວ່າແມ່ນປະເທດມີຈຳນວນຜູ້ເສຍຊີວິດຍ້ອນໂລກລະບາດ Covid – 19 ຫຼາຍອັນດັບທີສອງໃນໂລກ ດ້ວຍ 57.658 ຄົນເສຍຊີວິດ.

ຕາມບົດລາຍງານຂອງ ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ໃຫ້ຮູ້ວ່າ ຫວຽດນາມບໍ່ມີຜູ້ຕິດເຊື້ອພະຍາດ Covid – 19 ໃນຊຸມຊົນໃນຮອບເວລາ 74 ມືີ້ຢ່າງລຽນຕິດ, ມາຮອດປັດຈຸບັນມີ 335/355 ຄົນເຈັບຕິດເຊື້ອ Covid – 19 ຢູ່ຫວຽດນາມ ເຊິ່ງໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ.

 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

“ສົນທິສັນຍາ ຮ່າໂນ້ຍ”, ເອກະສານນິຕິກຳສະບັບທຳອິດຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ທີ່ໄດ້ຮັບຮອງໂດຍສະມັດຊາໃຫຍ່ ສປຊ ໃນວັນທີ 24 ທັນວາ 2024 ແລະ ໄດ້ເປີດພິທີລົງນາມຢ່າງເປັນທາງການ ຢູ່ຮ່າໂນ້ຍໃນວັນທີ 25 – 26 ຕຸລາ 2025, ພາຍໃຕ້ການເປັນປະທານຮ່ວມຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres. ເຫດການນີ້ບໍ່ພຽງແຕ່ເປີດໜ້າປະຫວັດສາດໃໝ່ໃນການຮ່ວມມືທົ່ວໂລກກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ເທົ່ານັ້ນຫາກຍັງຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງຫວຽດນາມ ໃນການແບ່ງປັນຄວາມຮັບຜິດຊອບໃນການປ້ອງກັນຄວາມປອດໄພທາງອິນເຕີເນັດອີກດ້ວຍ.

Top