• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທົ່ວໂລກມີຜູ້ເສຍຊີວິດຍ້ອນໂລກລະບາດ Covid – 19 ກ່ວາ 200.000 ຄົນ

      ຕາມເວັບໄຊສະຖິຕິ Worldometers.info ແລ້ວ, ໄລ່ຮອດຕອນເຊົ້າວັນທີ 26 ເມສາ, ໂລກລະບາດ Covid – 19 ໄດ້ແຜ່ລາມອອກສູ່ 210 ປະເທດ ແລະ ເຂດແຄ້ວນ ໃນໂລກ, ດ້ວຍຜູ້ຕິດເຊື້ອພະຍາດ Covid – 19 ແມ່ນກ່ວາ 2,9 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດແມ່ນ 203.000 ຄົນ. 
            ອາເມລິກາສືບຕໍ່ແມ່ນປະເທດມີຈຳນວນຜູ້ເສຍຊີວິດສູງທີ່ສຸດໃນໂລກ ດ້ວຍ 54.000 ຄົນໃນຈຳນວນຜູ້ຕິດເຊື້ອ 960.000ຄົນ. ຖັດຈາກອາເມລິກາແມ່ນ ອີຕາລີ, ແອັດສະປາຍ, ຝລັ່ງ ແລະ ອັງກິດ.
    ເມື່ອຄິດໄລ່ຕາມພາກພື້ນແລ້ວ, ເອີລົບແມ່ນໃຈກາງແຜ່ລະບາດຂອງໂລກລະບາດ ໃນ ໂລກ, ມາຮອດປັດຈຸບັນ ມີຜູ້ຕິດເຊື້ອແມ່ນແມ່ນກ່ວາ 1,2 ລ້ານຄົນ ແລະ ມີຜູ້ເສຍຊີວິດແມ່ນ 120.000 ຄົນ. ໃນ ຮອບເວລາ 24 ຊົ່ວໂມງທີ່ຜ່ານມາ, ຈີນ ບໍ່ມີຜູ້ໃດເສຍຊີວິດຍ້ອນໂລກລະບາດ Covid – 19. ສ່ວນພາກພື້ນອາຊີຕາເວັນອອກສ່ຽງໃຕ້, ສິງກະໂປຍັງເປັນປະເທດທີ່ມີຜູ້ຕິດເຊື້ອຫຼາຍກວ່າໝູ່.
 (ແຫຼ່ງຄັດຈາກ VOV)

ສານ​ກ່ຽວ​ກັບ​ລະ​ບົບ​ສາ​ທາ​ລະ​ນະ​ສຸກ​ມີ​ການ​ປ່ຽນ​ແປງ​ໃໝ່

ສານ​ກ່ຽວ​ກັບ​ລະ​ບົບ​ສາ​ທາ​ລະ​ນະ​ສຸກ​ມີ​ການ​ປ່ຽນ​ແປງ​ໃໝ່

ໃນໄລຍະພຽງສັ້ນໆ, ກົມການເມືອງໄດ້ປະກາດໃຊ້ມະຕິເລກທີ 72 (72-NQ/TW) ກ່ຽວກັບບັນດາມາດຕະການບຸກທະລຸ ຍົກສູງສຸຂະພາບຂອງ ປຊຊ (ເດືອນກັນຍາ ປີ 2025), ຕໍ່ຈາກນັ້ນ, ສະພາແຫ່ງຊາດໄດ້ກະກຽມຮັບຮອງເອົາມະຕິກ່ຽວກັບບັນດາກົນໄກ, ນະໂຍບາຍເພື່ອຜັນຂະຫຍາຍປະສິດທິຜົນມະຕິເລກທີ 72. ສິ່ງນີ້ສະແດງໃຫ້ເຫັນຄວາມເປັນເອກະພາບທາງການເມືອງທີ່ເຂັ້ມແຂງ ໃນການລົງທຶນໃຫ້ແກ່ມະນຸດ-ເສົາຄ້ຳຂອງການພັດທະນາແບບຍືນຍົງ.

Top