• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທົ່ວໂລກມີຜູ້ຕິດເຊື້ອໂຄວິດ - 19 ກວ່າ 200 ລ້ານຄົນ, ຈຳນວນຜູ້ຕິດເຊື້ອໃໝ່ຢູ່ຫຼາຍປະເທດ ອາຊີ ພວມເພີ່ມຂຶ້ນຢ່າງແຮງ

      ໄລ່ຮອດຕອນເຊົ້າວັນທີ 04 ສິງຫາ, ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ລວມທັງໝົດ 200 ລ້ານຄົນ, ໃນນັ້ນ ມີຫຼາຍກວ່າ 4,25 ລ້ານຄົນ ເສຍຊີວິດ.
ການສົ່ງຄົນເຈັບຕິດເຊື້ອພະຍາດໂຄວິດ - 19 ຢູ່ ຈາກາຕາ, ອິນໂດເນເຊຍ (ພາບ: THX/TTXVN)
      ປະເທດທີ່ຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ ຍັງຄົງແມ່ນ ອາເມລິກາ ດ້ວຍຈຳນວນຜູ້ຕິດເຊື້ອສະສົມທັງໝົດ 36 ລ້ານຄົນ ແລະ ກວ່າ 630.400 ຄົນເສຍຊີວິດ. ໃນເວລາ 24 ຊົ່ວໂມງຜ່ານມາ, ອາເມລິກາ ຢັ້ງຢືນມີຜູ້ຕິດເຊື້ອລາຍໃໝ່ຕື່ມອີກກວ່າ 93.400 ຄົນ.
        ໃນຂະນະນັ້ນ, ຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ຢູ່ ເອີຣົບ ມີທັງໝົດ 50 ປະເທດ ເອີຣົບ, ໃນນັ້ນ ມີທັງ ສະຫະພັນ ລັດເຊຍ ແລະ ຕວັກກີ ແມ່ນຫຼາຍກວ່າ 60 ລ້ານຄົນແລ້ວ, ໃນນັ້ນ ມີຫຼາຍກວ່າ 1,2 ລ້ານຄົນເສຍຊີວິດ.
        ໂລກລະບາດໂຄວິດ - 19 ຍັງສືບຕໍ່ມີການຜັນແປຢ່າງສັບສົນຢູ່ບັນດາຈຸດຮ້ອນເຮັ່ງໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ຕໍ່ໜ້າການແຜ່ລະບາດຢ່າງຮ້າຍແຮງຂອງເຊື້ອໄວຣັດສາຍພັນ Delta, ລັດຖະບານຫຼາຍປະເທດ ສືບຕໍ່ປະຕິບັດບັນດາມາດຕະການຄວບຄຸມຢ່າງເຄັ່ງຄັດ.
(ແຫຼ່ງຄັດຈາກ VOV)

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ປະ​ກອບ​ຄ​ຳ​ເຫັນ​ໃສ່​ກົດ​ໝາຍ​ວ່າ​ດ້ວຍ​ການ​ປັບ​ປຸງ​ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈ​ິ່ນ​ແທັງ​ເໝິ້ນ ຍົກ​ໃຫ້​ເຫັນ 4 ບັນ​ຫາ​ໃຫຍ່, ໃນ​ນັ້ນ​ມີ​ທ່າ​ອ່ຽງ​ໂຍະ​ຍານ ເງື່ອນ​ໄຂ​ເຂົ້າ​ເຖິງ​ຕະຫຼາດ​ສຳ​ລັບ​ບັນ​ດາ​ນັກ​ລົງ​ທຶນ.

Top