• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທົ່ວປະເທດຕອບສະໜອງວັນແລ່ນໂອລິມປິກເພື່ອສຸຂະພາບທົ່ວປວງຊົນ

ຕອນເຊົ້າວັນທີ 24 ມີນາ, ຢູ່ຮ່າໂນ້ຍ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ແລະ ຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ໄດ້ສົມທົບກັນຈັດການເຄື່ອນໄຫວ “ວັນແລ່ນໂອລິມປິກເພື່ອສຸຂະພາບທົ່ວປວງຊົນ”, ພິທີປຸກລະດົມງານແຂ່ງຂັນແລ່ນຊິງລາງວັນໜັງສືພິມຮ່າໂນ້ຍໃໝ່ເປີດກ້ວາງຄັ້ງທີ 46-ເພື່ອສັນຕິພາບປີ 2019.

ການແລ່ນໂອລິມປິກເພື່ອສຸຂະພາບທົ່ວປວງຊົນ

ງານແຂ່ງຂັນແລ່ນປີນີ້ ຖືກຈັດຂຶ້ນໃນບໍລິເວນອ້ອມໜອງຮ່ວານກ້ຽມ, ຮ່າໂນ້ຍ ຊຶ່ງໄດ້ດຶງດູດການເຂົ້າຮ່ວມຂອງ 8 ພັນຄົນ.   

     ທ່ານ ເວືອງບິກທັ້ງ ຫົວໜ້າກົມໃຫຍ່ກິລາ ເວົ້າວ່າ :

    “ ວັນທີ 27 ມີນາ ແມ່ນວັນມູນເຊື້ອຂອງຂະແໜງກິລາກາຍຍະກຳ ຊຶ່ງແມ່ນວັນທີ່ລັດຖະບານຫວຽດນາມໄດ້ອອກຂໍ້ຕົກລົງຖືເປັນວັນກິລາຫວຽດນາມ. ໃນວັນນີ້ ຈະຈັດໃຫ້ມີບັນດາການເຄືອ່ນໄຫວກິລາກາຍຍະກຳໃນຂອບເຂດທົ່ວປະເທດເພື່ອຕອບສະໜອງຄຳຮຽກຮ້ອງຂອງປະທານໂຮ່ຈິມິນ. ເນື່ອງໃນໂອກາດນີ້, ຂະແໜງກິລາຫວຽດນາມ ໄດ້ ຈັດການເຄື່ອນໄຫວແລ່ນໂອລິມປິກເພື່ອສຸຂະພາບທົ່ວປວງຊົນ, ທັງນີ້ກໍເປັນການຍົກສູງສຸຂະພາບໃຫ້ແກ່ປະຊາຊົນເພື່ອເພິ່ມຄຸນນະພາບການຮ່ຳຮຽນ, ເຮັດວຽກ ແລະ ອອກແຮງງານ”.

 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top