• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທູດພິເສດຂອງ ສປຊ ກ່າວເຕືອນກ່ຽວກັບຄວາມສ່ຽງເກີດວິກິດການການເມືອງຢູ່ລີບີ

ທ່ານ Bathily ສະເໜີວ່າ: ສະພາຄວາມໝັ້ນຄົງແຊກແຊງເພື່ອສະກັດກັ້ນມີຄວາມສ່ຽງໄພປະທະກັນ, ການໃຊ້ຄວາມຮຸນແຮງ, ໃນກໍລະນີມີຝ່າຍດຽວແຕ່ງຕັ້ງລັດຖະບານກໍ່ຄືຊຸກຍູ້ບັນດາຝ່າຍຢູ່ລີບີ ເຂົ້າຮ່ວມການສົນທະນາ.
ທ່ານ Abdoulaye Bathily, ທູດພິເສດຂອງ ສປຊ ປະຈຳ ລີບີ (ພາບ:AFP/TTXVN )

ວັນທີ 16 ຕຸລາ, ທ່ານ Abdoulaye Bathily, ທູດພິເສດຂອງ ສປຊ ປະຈຳ ລີບີ ໄດ້ກ່າວເຕືອນກ່ຽວກັບບັນດາຄວາມຂັດແຍ້ງກ່ຽວກັບກົດໝາຍວ່າດ້ວຍການເລືອກຕັ້ງ ແລະ ການສ້າງຕັ້ງລັດຖະບານໃໝ່ ອາດຈະມີຄວາມສ່ຽງກໍ່ໃຫ້ເກີດວິກິດການການເມືອງອື່ນໆຢູ່ລີບີ. ຕາມທ່ານ Bathily ແລ້ວ, ເລື່ອງຄະນະກຳມະການປະສົມ 6+6 (6 ສະມາຊິກຈາກສະພາແຫ່ງລັດຂັ້ນສູງ (HCS) ແລະ 6 ສະມາຊິກຈາກສະພາຕ່ຳ (HoR) ທີ່ມີສຳນັກງານຕັ້ງຢູ່ Tobruk, ໄດ້ຮັບການສ້າງຕັ້ງດ້ວຍໜ້າທີ່ສ້າງກົດໝາຍໃຫ້ແກ່ການເລືອກຕັ້ງຈະມາເຖິງ) ປັບປຸງກົດໝາຍວ່າດ້ວຍການເລືອກຕັ້ງໃຫ້ສຳເລັດຈະຊ່ວຍສ້າງກາລະໂອກາດເພື່ອທຳລາຍບັນດາສິ່ງຕິດຂັດໃນປະຈຸບັນຢູ່ປະເທດລີບີ. ແຕ່ເຖິງຢ່າງໃດກໍ່ຕາມ, ສະພາແຫ່ງລັດຂັ້ນສູງ (HCS), ມີສຳນັກງານຕັ້ງຢູ່ Tripoli, ພັດປະຕິເສດບັນດາຂໍ້ປັບປຸງໂດຍຄະນະກຳມະການນີ້ຍົກອອກມາ, ເຮັດໃຫ້ວິວັດການມີຄວາມສ່ຽງຖືກປະລາໄຊອີກເທື່ອໜຶ່ງ.  

ທ່ານ Bathily ສະເໜີວ່າ: ສະພາຄວາມໝັ້ນຄົງແຊກແຊງເພື່ອສະກັດກັ້ນມີຄວາມສ່ຽງໄພປະທະກັນ, ການໃຊ້ຄວາມຮຸນແຮງ, ໃນກໍລະນີມີຝ່າຍດຽວແຕ່ງຕັ້ງລັດຖະບານກໍ່ຄືຊຸກຍູ້ບັນດາຝ່າຍຢູ່ລີບີ ເຂົ້າຮ່ວມການສົນທະນາ. ທ່ານກໍ່ຮຽກຮ້ອງໃຫ້ທຸກໆຄູ່ຮ່ວມມືສາກົນຂອງລີບີ ສະໜັບສະໜູນວິວັດການເລືອກຕັ້ງ ຍ້ອນວ່າ ນີ້ແມ່ນວິທີໜຶ່ງດຽວ ເພື່ອສ້າງຕັ້ງປະເທດນີ້ຄືນໃໝ່, ບັນດາລະບອບລະບຽບການຖືກຕ້ອງຕາມກົດໝາຍເພື່ອອະນາຄົດສັນຕິພາບ, ເອກະພາບ, ສະຖຽນລະພາບ ແລະ ວັດທະນາຖາວອນ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 28 ຕຸລາ, ຢູ່ ກົວລາ ລຳເປີ ປະເທດ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍບັນດາການນຳ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຈີນ ຄັ້ງທີ 28.

Top