ຂ່າວສານ
ທຳນຽຂາວ ໄດ້ອອກແຈ້ງການທາງການກ່ຽວກັບໝາກຜົນແຫ່ງການຢ້ຽມຢາມຈີນ ຂອງທ່ານ Donald Trump ປະທານາທິບໍດີ
ໃນລາຍການຂ່າວທີ່ໄດ້ປະກາດໃນວັນທີ 18 ພຶດສະພາ, ຕາມເວລາທ້ອງຖິ່ນ, ພາຍຫຼັງທ່ານ Donald Trump ປະທານາທິບໍດີ ອາເມລິກາ ສິ້ນສຸດການຢ້ຽມຢາມທາງລັດຖະກິດຢູ່ ຈີນ (13 – 15 ພຶດສະພາ) ເປັນເວລາ 3 ວັນ, ທຳນຽບຂາວ ໃຫ້ຮູ້ວ່າ ຈີນ ໃຫ້ຄຳໝັ້ນສັນຍາຊື້ຜະລິດຕະພັນກະເສດຂອງອາເມລິກາ ຢ່າງໜ້ອຍສຸດ 17 ຕື້ USD/ປີ ຈົນຮອດປີ 2028, ນອກຈາກນັ້ນບັນດາຄຳໝັ້ນສັນຍານຳເຂົ້າຖົ່ວເຫຼືອງກໍ່ບັນລຸໄດ້ກ່ອນນັ້ນແລ້ວ. ຕາມທຳນຽບຂາວ, ປັກກິ່ງ ກໍ່ໄດ້ຕໍ່ກຳນົດເວລາ ໃບອະນຸຍາດສົ່ງອອກທີ່ໝົດເວລາກຳນົດແລ້ວ ໃຫ້ແກ່ຮາກຖານຊິ້ນງົວຂອງອາເມລິກາ ກວ່າ 400 ແຫ່ງ ແລະ ເພີ່ມເຕີມບັນດາຮາກຖານໃໝ່, ພ້ອມທັງ, ເປີດກວ້າງຄວາມສາມາດເຂົ້າເຖິງຕະຫຼາດຈີນ ໃຫ້ແກ່ ຊາວກະສິກອນ ອາເມລິກາ. ທຳນຽບຂາວ ກໍ່ໃຫ້ຮູ້ວ່າ ສອງຝ່າຍໄດ້ເຫັນດີສ້າງ”ສະພາການຄ້າ” ເພື່ອແນໃສ່ຄຸ້ມຄອງການເຄື່ອນໄຫວດ້ານການຄ້າ ໃນບັນດາຂົງເຂດບໍ່ມີລັກສະນະສະດຸ້ງໄວ ແລະ ພ້ອມກັບ “ສະພາລົງທຶນ” ເພື່ອສ້າງເວທີປາໄສແລກປ່ຽນຂັ້ນລັດຖະບານກ່ຽວກັບບັນດາບັນຫາການລົງທຶນ.







