• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທະນາຄານແຫ່ງລັດຫວຽດນາມ-ລາວຍູ້ແຮງການຮ່ວມມື2ຝ່າຍ

(ກອງ​ປະ​ຊຸມ 2 ຝ່າຍ​ລະ​ຫວ່າງ​ທະ​ນາ​ຄານ​ແຫ່ງ​ລັດ​ຫວຽດ​ນາມ 
ແລະ ທະ​ນາ​ຄານ​​ແຫ່ງສປປ.ລາວ)
       ​ຕອ​ນ​ເຊົ້າ​ວັນ​ທີ 15/02, ຢູ່​ແຂວງ ຫຼວງ​ພະ​ບາງ, ປະ​ເທດ​ລາວ, ໄດ້​ດຳ​ເນີນກອງ​ປະ​ຊຸມ 2 ຝ່າຍ​ລະ​ຫວ່າງ​ທະ​ນາ​ຄານ​ແຫ່ງ​ລັດ​ຫວຽດ​ນາມ ແລະ ທະ​ນາ​ຄານ​​ແຫ່ງສປປ.ລາວ. ​ເມື່ອຕີ​ລ​າ​ຄາ​ໝາກ​ຜົນ​​ແຫ່ງການ​ຮ່ວມມ​ື, 2 ຝ່າຍ​ມີ​ຄວາມ​ເປີກ​ບ່​ານ​ມ່ວນ​ຊື່​ນ​ເມື່ອ​ເຫັ​ນ​ວ່າ, ໃນ​ໄລ​ຍ​ະ​ຜ່ານ​ມາ, ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງທະ​ນາ​ຄານ​ສູນ​ກາງ 2 ​ແຫ່ງ ແລະ ລະ​ບົບ​ທະ​ນາ​ຄານ 2 ປະ​ເທດ​ໄດ້​ຮັບ​ການ​ພັດ​ທະ​ນາ​ຢ່າງບໍ່​ຢຸດຢັ້ງ ແລະ ນັບ​ມື້​ນັບ​ແທດ​ຈິງ. ສິ້ນ​ສຸດກອງ​ປະ​ຊຸມ, ຜູ້​ວ່າ​ການ​ທະ​ນາ​ຄານ​ແຫ່ງ​ລັດ​ຫວຽດ​ນາມ ເລ​ມິງ​ຮືງ ແລະ ຜູ້​ວ່າ​ການ​​ທະ​ນາ​ຄານ​ແຫ່ງສ​ປ​ປ.ລາວ ສົມພາວ ໄຟ​ສິດ ໄດ້​ລົງ​ນາ​ມ​ໃນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ລະ​ຫວ່າງ​ທະ​ນາ​ຄານ​ແຫ່ງ​ລັດ​ຫວຽດ​ນາມ ແລະ ທະ​ນາ​ຄານ​ແຫ່ງ​ສ​ປ​ປ.ລາວ​.
 (ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top