• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຖະແຫຼງການຮ່ວມລະຫວ່າງປະເທດ ສສຫວຽດນາມ ແລະ ສສ ມຽນມາ

      ເນື່ອງໃນໂອກາດການຢ້ຽມຢາມທາງລັດຖະກິດເຖິງ ສາທາລະນະລັດ ສະຫະພາບ ມຽນມາ ໃນລະຫວ່າງວັນທີ 24-26 ສິງຫາ 2017 ຂອງທ່ານ ຫງວຽນຟູ໋ຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ. ຫວຽດນາມ ແລະ ມຽນມາ ໄດ້ອອກຖະແຫຼງການຮ່ວມ.

ພິທີຕ້ອນຮັບທ່ານ ຫງວຽນຟູ໋ຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ
      ໂດຍຊີ້ແຈ້ງວ່າ, ການນຳສອງທ່ານໄດ້ເຫັນດີເປັນເອກະພາບສ້າງການພົວພັນ “ຄູ່ຮ່ວມມື ຮ່ວມມືຮອບດ້ານ“ ລະຫວ່າງສອງປະເທດ ຫວຽດນາມ ແລະ ມຽນມາ. ສາຍພົວພັນນີ້ຈະເຮັດໃຫ້ 5 ຂົງເຂດຮ່ວມມືເສົາຄຳ້ລະຫວ່າງສອງປະເທດເລິກເຊິ່ງກວ່າອີກຄື: ການພົວພັນດ້ານການເມືອງ; ການຮ່ວມມືດ້ານການປ້ອງກັນຊາດ ປ້ອງກັນຄວາມສະຫງົບ; ການຮ່ວມມືດ້ານເສດຖະກິດ; ການຮ່ວມມືດ້ານວັດທະນະທຳ, ສັງຄົມ, ການພົວພັນແລກປ່ຽນປະຊາຊົນ ແລະ ບັນດາຂົງເຂດອື່ນໆ ເຊິ່ງທັງສອງຝ່າຍຕ່າງມີຄວາມສົນໃຈ. ບົນພື້ນຖານການພົວພັນຄູ່ຮ່ວມມື ຮ່ວມມືຮອບດ້ານ ເຊິ່ງໄດ້ຮັບການສ້າງຂຶ້ນ; ສອງຝ່າຍເຫັນດີເປັນເອກະພາບຊຸກຍູ້ການພົວພັນດ້ານການເມືອງລະຫ່ວາງສອງປະເທດ ໂດຍຜ່ານການແລກປ່ຽນຄະນະຜູ້ແທນ ແລະ ການພົບປະທຸກຂັ້ນ. ສອງຝ່າຍເຫັນດີເປັນເອກະສັນເພີ່ມທະວີການຮ່ວມມືລະຫວ່າງສອງລັດຖະບານ; ມານະພະຍາຍາມຍົກສູງປະສິດທິຜົນການຮ່ວມມືສອງຝ່າຍໃນຂົງເຂດເສດຖະກິດ, ວັດທະນະທຳ, ວິທະຍາສາດ ເຕັກນິກ…
            ການນຳສອງທ່ານແບ່ງປັນທັດສະນະກ່ຽວກັບບັນດາບັນຫາສັນຕິພາບ, ຄວາມໝັ້ນຄົງໃນພາກພື້ນ ແລະ ຢືນຢັນຄຳໝັ້ນສັນຍາເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບລະຫວ່າງສອງປະເທດ. ສອງຝ່າຍກໍ່ໄດ້ຮັບຮອງເລືອງສອງປະເທດໄດ້ຜັນຂະຫຍາຍກົນໄກຄູ່ເຈລະຈາປ້ອງກັນຄວາມສະຫງົບສອງຝ່າຍ, ເຫັນດີເພີ່ມທະວີວຽກງານຮ່ວມມືດ້ານປ້ອງກັນຄວາມສະຫງົບກວ່າອີກ, ໃນນັ້ນສົມທົບກັນສ້າງ ແລະ ປັບປຸງກອບກົດໝາຍໃຫ້ແກ່ບັນດາການເຄື່ອນໄຫວຮ່ວມມືໃນຂົງເຂດປ້ອງກັນ, ຕ້ານອາດສະຍາກຳ, ຍຸຕິທຳ ອາຍາລະຫວ່າງສອງປະເທດ.
            ສອງຝ່າຍສະແດງຄວາມເພິ່ງພໍໃຈຕໍ່ການສົມທົບກັນຮ່ວມມືລະຫວ່າງສອງປະເທດໃນບັນດາເວທີປາໄສພາກພື້ນ ແລະ ສາກົນ. ສອງຝ່າຍກໍ່ຊົມເຊີຍເລື່ອງສືບຕໍ່ຮ່ວມມື ໃນການ ຄຸ້ມຄອງ ແລະ ນຳໃຊ້ແຫຼ່ງຊັບພະຍາກອນນ້ຳແມ່ນ້ຳຂອງຢ່າງໝັ້ນຄົງ ແລະ ມີປະສິດທິຜົນ. ສອງຝ່າຍຢືນຢັນຄືນໃໝ່ຄຳໝັ້ນສັນຍາຮັກສາ ແລະ ຊຸກຍູ້ສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບຢູ່ພາກພື້ນ, ກໍ່ຄືເລື່ອງແກ້ໄຂການຂັດແຍ້ງກັນດ້ວຍສັນຕິວິທີ, ບໍ່ນຳໃຊ້ອາວຸດ ຫຼືນາບຂູ່ນຳໃຊ້ກຳລັງອາວຸດ, ເຄົາລົບບັນດາຫຼັກການທີ່ໄດ້ຮັບການຮັບຮອງຢ່າງກວ້າງຂວາງຂອງກົດໝາຍສາກົນ.
 (ແຫຼ່ງຄັດຈາກ VOV)
 

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top