ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ລາຊະອານາຈັກ ກຳປູເຈຍ ຂອງທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ຕາມຄຳເຊີນຂອງ ພະບາດສົມເດັດພະບໍລົມມະນຽດມະຫາກະສັດ ກຳປູເຈຍ Norodom Sihamoni, ວັນທີ 06 ກຸມພາ, 2 ຝ່າຍໄດ້ອອກຖະແຫຼງການຮ່ວມລະຫວ່າງປະເທດ ສສ. ຫວຽດນາມ ແລະ ລາຊະອານາຈັກ ກຳປູເຈຍ.
ຖະແຫຼງການຮ່ວມໃຫ້ຮູ້ວ່າ ໃນການຢ້ຽມຢາມ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ມີການແລກປ່ຽນຢ່າງກົງໄປກົງມາກັບການນຳ ກຳປູເຈຍ, ສຸມໃສ່ເລື່ອງເຮັດໃຫ້ການພົວພັນມິດຕະພາບໃຫ້ເລິກເຊິ່ງຂຶ້ນຕື່ມ ແລະ ເປີດກວ້າງການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງ 2 ປະເທດ.
2 ຝ່າຍໃຫ້ຄຳໝັ້ນສັນຍາສະໜັບສະໜູນ ແລະ ໜູນຊ່ວຍເຊິ່ງກັນແລະກັນເພື່ອການພັດທະນາ, ສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນ. 2 ຝ່າຍສູ້ຊົນບັນລຸເປົ້າໝາຍວົງເງິນການຄ້າ 2 ສົ້ນໃຫ້ຂຶ້ນເຖິງ 20 ຕື້ USD ໃນໄລຍະຈະມາເຖິງ. 2 ຝ່າຍໄດ້ຢືນຢັນລະດັບຄວາມສຳຄັນຍຸດທະສາດຂອງເລື່ອງເພີ່ມທະວີບົດບາດໃຈກາງ ແລະ ຄວາມສາມັກຄີຂອງ ອາຊຽນ ຄືນໃໝ່, ສືບຕໍ່ເພີ່ມທະວີການສົມທົບກັນຢ່າງແໜ້ນແຟ້ນໃນຂອບເຂດຄະນະກຳມະການແມ່ນ້ຳຂອງສາກົນ ແລະ ບັນດາກົນໄກທີ່ກ່ຽວຂ້ອງອື່ນໆ, ກັບບັນດາປະເທດຢູ່ລຽບຕາມແມ່ນ້ຳຂອງ ແລະ ບັນດາຄູ່ຮ່ວມມືພັດທະນາ, ເພື່ອຄຸ້ມຄອງ, ຂຸດຄົ້ນ, ພັດທະນາ ແລະ ປົກປັກຮັກສາແຫຼ່ງນ້ຳ ແລະ ບັນດາຊັບພະຍາດກອນທຳມະຊາດທີ່ກ່ຽວຂ້ອງຂອງເຂດລຸ່ມແມ່ນ້ຳຂອງໃຫ້ໝັ້ນຄົງ ແລະ ມີປະສິດທິຜົນ. 2 ຝ່າຍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ, ຄວາມປອດໄພ ແລະ ຄວາມເສລີໃນການເດີນທະເລ, ການບິນຢູ່ທະເລຕາເວັນອອກ.







