• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

“ຕະຫຼາດ​ປີ​ໃໝ່​ແບບ​ດັ້ງເດີມ” ຢູ່​ຖະ​ໜົນ​ເມືອງເກົ່າ ຮ​ວາ​ລື, ແຂວງ ນິງ​ບິ່ງ

ຕອນຄ່ຳວັນທີ 25 ມັງກອນ, ຢູ່ຖະໜົນເມືອງເກົ່າ ຮວາລື, ແຂວງ ນິງບິ່ງ, ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຂວງ ນິງບິ່ງ ໄດ້ສົມທົບກັບສະຫະສະມາຄົມທ່ອງທ່ຽວ ແລະ ວິສາຫະກິດກໍ່ສ້າງ ຊວັນເຈື່ອງ ຈັດພິທີໄຂ “ບັນຍາກາດຕະຫຼາດປີໃໝ່ແບບດັ້ງເດີມ” ເພື່ອແນໃສ່ວາດພາບຄືນຄວາມງາມດ້ານວັດທະນະທຳ ແລະ ໂຄສະນາຄຸນຄ່າວັດທະນະທຳຂອງຊາດເຖິງແຂກທ່ອງທ່ຽວຈຳນວນຫຼາຍ.
ການແຕ້ມໜັງສື ຫວຽດ ເດີມ ໃນຕະຫຼາດປີໃໝ່ (ພາບ: TTXVN)

ຈຸດທີ່ເປັນເອກະລັກຂອງຕະຫຼາດປີໃໝ່ດັ່ງກ່າວ ແມ່ນບັນດາຮ້ານວາງຂາຍສິນຄ້າທີ່ເຕັມໄປດ້ວຍສີສັນ, ບັນດາເຍື່ອງອາຫານພື້ນບ້ານ ແລະ ກິດຈະກຳການສະແດງສະລິປະພື້ນເມືອງຄື ການແຕ້ມຕົວໜັງສື ຫວຽດ ເດີມ, ຫໍ່ເຂົ້າຕົ້ມ, ບັນດາການລະຫຼີ້ນພື້ນເມືອງ... ເພື່ອແນໃສ່ປຸກລຸກຄວາມຊົງຈຳກ່ຽວກັບບຸນປີໃໝ່ປະຈຳຊາດແບບດັ້ງເດີມ.

ເພື່ອປະຕິບັດເປົ້າໝາຍໃນປີ 2025 ຕ້ອນຮັບແຂກທ່ອງທ່ຽວ 9,1 ລ້ານເທື່ອຄົນ, ໃນນັ້ນ ມີແຂກທ່ອງທ່ຽວສາກົນ 1,8 ລ້ານເທື່ອຄົນ, ຂະແໜງທ່ອງທ່ຽວແຂວງ ນິງບິ່ງ ໄດ້ຜັນຂະຫຍາຍມາດຕະການຕ່າງໆ, ໃນນັ້ນ ສຸມໃສ່ການຈັດຕັ້ງບັນດາເຫດການທ່ອງທ່ຽວເພື່ອແນໃສ່ດຶງດູດແຂກທ່ອງທ່ຽວ. ລາຍການດັ່ງກ່າວດຳເນີນຮອດວັນທີ 25 ກຸມພາ 2025 ຈຶ່ງອັດລົງ.

(ແຫຼ່ງຄັດຈາກ VOV)

ຜູ້​ມີ​ສິດ​ເລືອກ​ຕັ້ງ​ກວ່າ 93% ໄປ​ປ່ອນ​ບັດ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແລະ ສະ​ພາ​ປະ​ຊາ​ຊົນ​ທຸກ​ຂັ້ນ

ຜູ້​ມີ​ສິດ​ເລືອກ​ຕັ້ງ​ກວ່າ 93% ໄປ​ປ່ອນ​ບັດ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແລະ ສະ​ພາ​ປະ​ຊາ​ຊົນ​ທຸກ​ຂັ້ນ

ຕາມຂໍ້ກຳນົດແລ້ວ, ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2026 – 2031 ສິ້ນສຸດລົງໃນຕອນເວລາ 19 ໂມງຂອງວັນທີ 15 ມີນາ ຍົກເວັ້ນກໍລະນີແກ່ຍາວເວລາຕາມຂໍ້ກຳນົດແຕ່ບໍ່ເກີນ 21 ໂມງ.

Top