• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຕອນ​ເຊົ້າ​ວັນ​ທີ 23 ສິງ​ຫາ ຢູ​ຫວຽດ​ນາມ ບໍ່​ພົບ​ຜູ້​ຕິດ​ເຊື້ອ​ໂຄວິດ​ - 19 ໃໝ່

ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໃຫ້ຮູ້ວ່າ ນັບແຕ່ເວລາ 18 ໂມງຂອງວັນທີ 22 ສິງຫາ ຫາເວລາ 6 ໂມງຂອງວັນທີ 23 ສິງຫາ, ຢູ່ຫວຽດນາມບໍ່ພົບກໍລະນີຕິດເຊື້ອໂຄວິດ - 19 ໃໝ່.

(ພາບປະກອບ: ກະຊວງສາທາລະນະສຸກ) 

ມາຮອດປັດຈຸບັນ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອໄວຣັດ SARS-CoV-2 ຈຳນວນ 1,014 ຄົນ, ໃນນັ້ນ, ມີ 563 ຄົນ ໄດ້ຮັບການປິ່ນປົວຫາຍດີ ແລະ ມີຜູ້ເສຍຊີວິດ 27 ຄົນ. ໃນຈຳນວນບັນດາຄົນເຈັບພວມປິ່ນປົວຢູ່ບັນດາໂຮງໝໍ, ມີ 89 ຄົນ ທີ່ມີຜົນການວິໄຈເປັນລົບ ຢ່າງໜ້ອຍສຸດ 1 ເທື່ອ.

        ກ່ອນໜ້ານັ້ນ, ໃນຕອນຄ່ຳວັນທີ 22 ສິງຫາ, ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໄດ້ໃຫ້ຂ່າວກ່ຽວກັບກໍລະນີເສຍຊີວິດຂອງຄົນເຈັບຕິດເຊື້ອໂຄວິດ - 19 ນັ້ນແມ່ນຄົນເຈັບຕິດເຊື້ອໂຄວິດ - 19 ຜູ້ທີ 26 ຢູ່ຫວຽດນາມ,  ເຊິ່ງເປັນຄົນເຈັບທີ 666, ເພດຊາຍ, ອາຍຸ 93 ປີ, ຢູ່ນະຄອນດ່າໜັງ ຖືກຕິດພະຍາດໝາກໄຂ່ຫຼັງຊຸດໂຊມ, ຄວາມດັນເລືອດສູງ ແລະ ປັນຍາເສື່ອມ. ສ່ວນຄົນເຈັບຜູ້ທີ 27 ເສຍຊີວິດ, ນັ້ນແມ່ນຄົນເຈັບທີ 557, ເພດຍິງ, ອາຍຸ 73 ປີ, ຢູ່ນະຄອນ ດານັ້ງ ,ຊຶ່ງຕິດໂລກຫົວໃຈ, ໝາກໄຂ່ຫຼັງ, ຄວາມດັນເລືອດສູງ...../.

(ແຫຼ່ງຄັດຈາກ VOV)

ມາ​ນະ​ພະ​ຍາ​ຍາມ​ນຳ​ກາ​ນ​ພົວ​ພັນ ຫວຽດ​ນາມ - ລາວ ​ກ້າວ​ເຂົ້​າ​ສູ່​ໜ້າ​ປະ​ຫວັດ​ສາດ​ໃໝ່, ນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງ​ແຮງ, ມີ​ຄວາມ​ສະ​ໜິດ​ແໜ້ນ​ກ່​ວາ

ມາ​ນະ​ພະ​ຍາ​ຍາມ​ນຳ​ກາ​ນ​ພົວ​ພັນ ຫວຽດ​ນາມ - ລາວ ​ກ້າວ​ເຂົ້​າ​ສູ່​ໜ້າ​ປະ​ຫວັດ​ສາດ​ໃໝ່, ນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງ​ແຮງ, ມີ​ຄວາມ​ສະ​ໜິດ​ແໜ້ນ​ກ່​ວາ

ສ່ວນທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ລາວ ກໍ່ເຫັນດີເປັນເອກະພາບຕໍ່ບັນດາເນື້ອໃນແລກປ່ຽນຂອງ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານຢັ້ງຢືນວ່າ ສອງປະເທດຈະສືບຕໍ່ຮ່ວມມືກັນ, ປະສານສົມທົບກັນຢ່າງແໜ້ນແຟ້ນໃນບັນດາບັນຫາພາກພື້ນ ແລະ ສາກົນ.

Top