
(ພາບເອກະສານ: TTXVN)
ເນື່ອງໃນໂອກາດສະເຫຼີມສະຫຼອງໄຊຊະນະປະຫວັດສາດ ດ້ຽນບຽນຝູ (07 ພຶດສະພາ 1954 – 07 ພຶດສະພາ 2021) ຂອງປະຊາຊົນຫວຽດນາມ, ທ່ານປະລິນຍາເອກ Evgeny Vlasov, ຮອງອະທິການບໍດີຮັບຜິດຊອບການພົວພັນສາກົນ ມະຫາວິທະຍາໄລສັງລວມສະຫະພັນຕາເວັນອອກໄກ, ສະຫະພັນລັດເຊຍ (FEFU) ໃຫ້ຂໍ້ສັງເກດວ່າ, ດ້ຽນບຽນຝູ ແມ່ນບັ້ນຕໍ່ສູ້ສຳຄັນທີ່ສຸດໃນສົງຄາມອິນດູຈີນ ຄັ້ງທີ 1 ແລະ ຫວຽດນາມ ໄດ້ປະຕິບັດບາດກ້າວບຸກທະລຸກັບໄຊຊະນະດັ່ງກ່າວ.
ເມື່ອແລກປ່ຽນກັບນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳລັດເຊຍ, Evgeny Vlasov ຢືນຢັນວ່າ ກອງທັບຫວຽດນາມ ໄດ້ຢຶດເອົາບັນດາເຂດດິນແດນສຳຄັນກ່ຽວກັບຍຸດທະສາດ, ຈິດໃຈຕໍ່ສູ້ໄດ້ເພີ່ມຂຶ້ນສູງ. ຜ່ານບັ້ນຮົບ ດ້ຽນບຽນຝູ, ທົ່ວໂລກຍັງຮູ້ຈັກເຖິງຊື່ສຽງຂອງນັກວິລະຊົນທ່ານໜຶ່ງ, ທ່ານພົນເອກປົດປ່ອຍຊາດ ຫວໍງວຽນຢ໊າບ ຂອງຫວຽດນາມ.ໃນຂະນະນັ້ນ, ທ່ານສາດສະດາຈານພາສາຫວຽດ Alexander Sokolovsky ຂອງມະຫາວິທະຍາໄລດັ່ງກ່າວ ໄດ້ຕີລາຄາວ່າ, ໄຊຊະນະ ດ້ຽນບຽນຝູ ມີຄວາມໝາຍປະຫວັດສາດອັນຍິ່ງໃຫຍ່ ຍ້ອນຫວຽດນາມ ບໍ່ພຽງແຕ່ໃຫ້ພວກລ່າເມືອງຂຶ້ນຝລັ່ງ ຫາກທົ່ວໂລກເຂົ້າໃຈໄດ້ວ່າ ຖ້າຫາກຊາດໜຶ່ງປາດຖະໜາຢາກມີຄວາມເສລີ, ການຮ່ວມແຮງຮ່ວມໃຈຂອງຊາດໜຶ່ງນັ້ນສາມາດປົດປ່ອຍຕົນເອງໃຫ້ອອກຈາກບັນດາພວກກົດຂີ່ຂູດຮີດ.
(ແຫຼ່ງຄັດຈາກ VOV)