• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ດ່າ​ໜັງ ໂຄ​ສະ​ນາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ ຢູ່​ງານ​ຕະຫຼາດ​ນັດ​ໃຫຍ່​ສຸດ ອາ​ຊີ

ງານຕະຫຼາດນັດ ມີຮ້ານວາງສະແດງກວ່າ 1.400 ຮ້ານ. ໃນນັ້ນ, ນະຄອນ ດ່າໜັງ ກໍໄດ້ເຂົ້າຮ່ວມ ເພື່ອໂຄສະນາເຜີຍແຜ່ກ່ຽວກັບສະຖານທີ່ທ່ອງທ່ຽວຕ່າງໆຂອງຕົນ.
  ຂົວຮົ່ງ - ດ່າໜັງ (ພາບ: TTXVN)  

ງານຕະຫຼາດນັດການທ່ອງທ່ຽວ ອາຊີໃຕ້ ຄັ້ງທີ 30  (SATTE 2023 – Asia’s Travel & Tourism Exchange) ຈັດຂຶ້ນຢູ່ສູນວາງສະແດງ India Expo Mart, ຢູ່ນະຄອນ Greater Noida, ລັດ Ultar Pradesh, ອິນເດຍ, ແຕ່ວັນທີ 9 – 11 ກຸມພາ. ງານຕະຫຼາດນັດ ມີຮ້ານວາງສະແດງກວ່າ 1.400 ຮ້ານ. ໃນນັ້ນ, ນະຄອນ ດ່າໜັງ ກໍໄດ້ເຂົ້າຮ່ວມ ເພື່ອໂຄສະນາເຜີຍແຜ່ກ່ຽວກັບສະຖານທີ່ທ່ອງທ່ຽວຕ່າງໆຂອງຕົນ.

ເຂົ້າຮ່ວມ ແລະ ຕັດແຖບຜ້າໄຂງານຕະຫຼາດນັດ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິນເດຍ ຫງວຽນແທງຫາຍ  ສະແດງຄວາມປິຕິຊົມຊື່ນທີ່ ດ່າໜັງ ເຂົ້າຮ່ວມງານຕະຫຼາດນັດການທ່ອງທ່ຽວ ລະດັບ ອາຊີ ນີ້ເປັນຄັ້ງທຳອິດ, ພ້ອມທັງຕີລາຄາສູງຕໍ່ເລື່ອງ ດ່າໜັງ ຕັ້ງໜ້າພັດທະນາຕະຫຼາດແຂກທ່ອງທ່ຽວ ອິນເດຍ ນັບແຕ່ເມື່ອເປີດປະຕູຄືນໃໝ່ພາຍຫຼັງໂລກລະບາດໂຄວິດ - 19. ໄປຄຽງຄູ່ກັນນັ້ນ, ທ່ານເອກອັກຄະລັດຖະທູດ ກໍຢັ້ງຢືນຄຳໝັ້ນສັນຍາຄືນໃໝ່ວ່າ ຈະຮ່ວມເດີນທາງ ແລະ ໜູນຊ່ວຍທ້ອງຖິ່ນ, ວິສາຫະກິດໃນການໂຄສະນາເຜີຍແຜ່ກ່ຽວກັບປະເທດ ຫວຽດນາມ ເວົ້າລວມ ແລະ ບັນດາຜະລິດຕະພັນທ່ອງທ່ຽວເວົ້າສະເພາະ.

 

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top