• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ດຳເນີນການຊອກຫາອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ສວນສາທາລະນະ ເລທິຣຽງ ໃນໃນຊ່ວງວັນພັກ

ໃນວັນທີ 31 ສິງຫາ, ກຳລັງສືບຕໍ່ພົບເຫັນຫຼາຍອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ທີ່ມີວັດຖຸຕິດພ້ອມ.
  ບັນດາກຳລັງໄດ້ຍາດແຍ່ງເວລາເປີດກວ້າງຂອບເຂດຊອກຫາ, ສູ້ຊົນນຳເອົາ ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດກັບເມືອຄອບຄົວ (ພາບ: VNA)  

ໄລ່​ຮອດ​ວັນ​ທີ 31 ສິງ​ຫາ, ພາຍ​ຫຼັງ​ດຳ​ເນີນ​ການ​ຊອກ​ຫາ​ເປັນ​ເວ​ລາ 2 ເດືອນ, ບັນ​ດ​າ​ກຳ​ລັງ​ສາ​ມາດ​ພົບ​ເຫັນ, ທ້ອນ​ໂຮມ​ອັດ​ຖິ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີວ​ິດ​ເພື່ອ​ຊາດໄດ້ 553 ອັດ​ຖິ ຢູ່​ສວນ​ສາ​ທາ​ລະ​ນະ ເລ​ທິ​ຣຽງ (ຕາ​ແສງ ຮ​ວ່າ​ຮຶງ, ນະ​ຄອນ ໂຮ່​ຈີ​ມິນ), ໃນ​ນັ້ນ​ມີ ອັດ​ຖິ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີວ​ິດ​ເພື່ອ​ຊາດ 262 ອັດ​ຖິ​ມີ​ວັດ​ຖຸ​ພັນ​ຕິດ​​ພ້ອມ.

ທ່ານພັ​ນ​ຕີ ເລງ​ອັກ​ຮ່າ, ຫົວ​ໜ້າ​ກອງ K74 (ກອງ​ບັນ​ຊາ​ການ​ນະ​ຄອນ ໂຮ່​ຈີ​ມິນ), ໃຫ້​ຮູ້​ວ່າ ໃນ​ຊ່ວງ​ວັນ​ພັກ​ສະ​ເຫຼີມ​ສະຫຼອງ​ວັນ​ຊາດ​ທີ 2 ກັນ​ຍາ, ກຳ​ລັງ​ຊອກ​ຫາ​ຍັງ​​ຄົງຮີບ​ເຮັງ​ຍູ້​ໄວ​ຄວາມ​ຄືບ​ໜ້າ​ໃນ​ການ​ທ້ອນ​ໂຮມອັດ​ຖິ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີວ​ິດ​ເພື່ອ​ຊາດ. ບັນ​ດາ​ກຳ​ລັງ​ໄດ້​ຍາດ​ແຍ່ງ​ເວ​ລາ​ເປີດກວ້າງ​ຂອບ​ເຂດ​ຊອກ​ຫາ, ສູ້​ຊົນ​ນຳ​ເອົາ ອັດ​ຖິ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີວ​ິດ​ເພື່ອ​ຊາດກັບ​ເມືອ​​ຄອບ​ຄົວ, ປະ​ກອບ​ສ່ວນ​ປະ​ຕິ​ບັດ​ວຽກ​ງານ​ຕອບ​ບຸນ​ແທນ​ຄຸນ​ໃຫ້​ເປັນ​ຢ່າງ​ດີ.

ໃນ​ວັນ​ທີ 31 ສິງ​ຫາ, ກຳ​ລັງ​ສືບ​ຕໍ່​ພົບ​ເຫັນ​​ຫຼາຍອັດ​ຖິ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີວ​ິດ​ເພື່ອ​ຊາດ ທີ່​ມີ​ວັດ​ຖຸ​ຕິດ​​ພ້ອມ. ພາຍ​ຫຼັງ​ໄດ້​ພົນ​ເຫັນ, ອັດ​ຖິ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີວ​ິດ​ເພື່ອ​ຊາດ ແລະ​ ບັນ​ດາ​ວັດ​ຖຸນັ້ນ​ໄດ້​ສົ່ງ​ໄປ​ຍັງ​ເຂດ​ເກັບ​ເອົາ​ຕົວ​ຢາງ, ​ຮັກ​ສາ​ຕົວ​ຢາງ​ເພື່ອ​ທຳ​ຄວາມ​ສະ​ອາດ, ໄຈ​້​ແຍກ ແລະ ແກ້​ໄຂ​ຕ​າມ​ຂັ້ນ​ຕອນ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບ ການນຳບັນດາປະເທດ, ອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 81

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບ ການນຳບັນດາປະເທດ, ອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 81

ວັນທີ 22 ກັນຍາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນ ນິວຢອກ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບການບັນດາ ປະເທດ ແລະ ອົງການຈັດຕັ້ງສາກົນ.

Top