• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍ້ອງ​ຍໍ​ຊົມ​ເຊີຍ 95 ຄອບ​ຄົວ​ກຳ​ມະ​ກອນ, ລັດຖະ​ກອນ, ແຮງ​ງານ​ດີ​ເດັ່ນ​ໃນ​ທົ່ວ​ປະ​ເທດ

ກອງ​ປະ​ຊຸມ​ຍ້ອງ​ຍໍ​ຊົມ​ເຊີຍ 95 ຄອບ​ຄົວ​ກຳ​ມະ​ກອນ, ລັດຖະ​ກອນ, ແຮງ​ງານ​ດີ​ເດັ່ນ​ໃນ​ທົ່ວ​ປະ​ເທດ ໄລ​ຍະ 2021 – 2026 ໄດ້​ດຳ​ເນີນ​ໃນ​ຕອນ​ຄ່ຳ​ວັນ​ທີ 20 ມິ​ຖຸ​ນາ, ຢູ່​ນະ​ຄອນ ໂຮ່​ຈີ​ມິນ. ກອງ​ປະ​ຊຸມ ໂດຍ​ສະ​ຫະ​ພັນ​ໃຫຍ່​ແຮງ​ງານ ຫວຽດ​ນາມ ຈັດ​ຂຶ້ນ ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ​ຄອບ​ຄົວ ຫວຽດ​ນາມ ຄົບ​ຮອບ 25 ປີ (28/6/2001-28/6/2026).
ຕາງ​ໜ້າ​ສະ​ຫະ​ພັນ​ໃຫຍ່​ແຮງ​ງານ ຫວຽດ​ນາມ ມອບດອກ​ໄມ້​ຊົມ​ເຊີຍບັນ​ດາ​ຄອບ​ຄົວ​ກຳ​ມະ​ກອນ, ແຮງ​ງານ​ດີ​ເດັ່ນ (ພາບ: TTXVN)
ເມື່ອ​ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ນາງ ຖາຍ​ທູ​ເຊືອງ ຮອງ​ປະ​ທານ​ສະ​ຫະ​ພັນ​ໃຫຍ່​ແຮງ​ງານ ຫວຽດ​ນາມ ເນັ້​ນ​ໜັກ​ວ່າ 95 ຄອບ​ຄົວ​ທີ່​ໄດ້​ຮ​ັບ​ການ​ຍ້ອງ​ຍໍ​ຊົມ​ເຊີຍ​ແມ່ນ​ບັນ​ດາ​ແບບ​ຢ່າງ​ທີ່​ດີ​ເດັ່ນ​ຕ່າງ​ໜ້າ​ໃຫ້​ແກ່​ນັບ​ລ້ານ​ຄອບ​ຄົວ​ສະ​ມາ​ຊິກ​ໃນ​ທົ່ວ​ປະ​ເທດ. ແຕ່​ລະ​ຄອບ​ຄົວ ແມ່ນ​ເລື່ອງ​ລາວ​ໜຶ່ງ​ທີ່​ຈົບ​ງາມ, ແມ່ນ​ພະ​ຍານຫຼັກ​ຖານ​ທີ່​ມີ​ຊີ​ວິດ​ຊີ​ວາ​ໃຫ້​ແກ່​ກຳ​ລັງ​ແຮງ​ແຫ່ງ​ຄວາມ​ຮັກ​ແພງ, ການ​ແບ່ງ​ປັນ ແລະ ຄວາມ​ຮັບ​ຜິດ​ຊອບ​ລະ​ຫວ່າງ​ບັນ​ດາ​ສະ​ມາ​ຊິກ. ທ່ານ​ນາງ ຖາຍ​ທູ​ເຊືອງ ສະ​ເໜີ​ໃຫ້​ກຳ​ມະ​ກອນ​ທຸກ​ຂັ້ນ ສືບ​ຕໍ່​ໃຫ້​ຄວາມ​ເອົາ​ໃຈ​ໃສ່​ເຖິງວຽກ​ງານ​ຄອບ​ຄົວ, ເບິ່ງ​ແຍງ​ດູ​ແລ​ຊີ​ວິດ​ຂອງ​ສະ​ມາ​ຊິກ​ກຳ​ມະ​ບານ, ສ້າງ​ສະ​ພາບ​ແວດ​ລ້ອມ​ເຮັດ​ວຽກ​ທີ່​ມີ​ຄວາມ​ຍຸ​ຕິ​ທຳ, ປອ​ດ​ໄພ, ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ແຮງ​ງານ​ຮັບ​ປະ​ກັນ​ຄວາມ​ດຸ່ນ​ດ່ຽງ​ລະ​ຫວ່າງວຽກ​ງານ ກັບ ຊີ​ວິດ. ໃນ​ລາຍ​ການ, ມີຫຼາຍ​ຄອບ​ຄົວ​ດີ​ເດັ່ນ​ໄດ້​ແລກ​ປ່ຽນ, ແບ່ງ​ປັນ​ບັນ​ດາ​ເລື່ອງ​ລາວ​ທີ່​ມີ​ຄວາມ​ໝາຍ​ກ່ຽວ​ກັບ​ວິວ​ັດ​ທະ​ນາ​ການ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ພ້ອມ​ກັນ​ເສີມ​ສ້າງ​ໃຫ້​ແກ່​ຄອບ​ຄົວ ແລະ ແລະ ​ໃຫ້​ການ​ຮ່ວມ​ມື​ໃນ​ການ​ອອກ​ແຮງ​ງານແລະອຸທິດສ່ວນ

(ແຫຼ່ງຄັດຈາກ VOV)

ທ່ານ​ເຈິ່ນ​ເກິ້ມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ

ທ່ານ​ເຈິ່ນ​ເກິ້ມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ

ທ່ານ ຄຳພັນ ບຸນພາຄົມ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ​ລາວ ຢັ້ງ​ຢືນ​ຈະ​ໝູນ​ໃຊ້, ເສີມ​ຂະ​ຫຍາຍ​ບັນ​ດາ​ຄວາມ​ຮູ້, ບົ​ດ​ຮຽນ​ທີ່​ຖອດ​ຖອນ​ໄດ້​ຈາກ​ໂຄງ​ການ​ເຂົ້າໃນ​ວຽກ​ງານ​ຕົນ​ຈິງ, ປະ​ກອບ​ສ່ວນ​ຢ່າງແທດ​ຈິງ​ເຂົ້າ​ການ​ສືບ​ຕໍ່​ຮັກ​ສາ ແລະ ເພີ່ມ​ພູນ​ຄູນ​ສ້າງ​ການ​ພົວ​ພັນ​ແບບ​ພິ​ເສດ ລະ​ຫວ່າງ​ສອງ​ພັກ, ສອ​ງ​ລັດ ລາວ ແລະ ຫວຽດ​ນາມ.

Top