• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍ້ອງຍໍຊົມເຊີຍແບບຢ່າງໜຸ່ມ ຫວຽດນາມ ດີເດັ່ນ ປີ 2023

ລາງວັນແບບຢ່າງໜຸ່ມ ຫວຽດນາມ ດີເດັ່ນ ແມ່ນລາງວັນສູງສົ່ງຂອງຄະນະບໍລິຫານງານສູນກາງຄະນະຊາວໜຸ່ມ ກອມມູນິດ ໂຮ່ຈີມິນ, ເພື່ອແນໃສ່ຮັບຮູ້, ເຊີດຊູບັນດາແບບຢ່າງຊາວໜຸ່ມດີເດັ່ນ, ອາຍຸຕ່ຳກ່ວາ 35 ປີ, ມີຜົນງານພົ້ນເດັ່ນ, ດີເລີດໃນຫຼາຍຂົງເຂດ
ທ່ານນາງຜູ້ຮັກສາການປະທານປະເທດ ຫວຽດນາມ ຫວໍທິແອັງຊວນ ແລະ ບັນດາແບບຢ່າງ ຫວຽດນາມ ດີເດັ່ນປີ 2023 (ພາບ:Thống Nhất/TTXVN)

ຕອນຄ່ຳວັນທີ 23 ມີນາ, ຢູ່ຮ່າໂນ້ຍ, ສູນກາງຄະນະຊາວໜຸ່ມ ກອມມູນິດ ໂຮ່ຈີມິນ ໄດ້ສົມທົບກັບໜັງສືພິມ ຕ່ຽນຟອງ ຈັດຕັ້ງພິທີຍ້ອງຍໍຊົມເຊີຍ 10 ແບບຢ່າງ ຫວຽດນາມໜຸ່ມດີເດັ່ນ ແລະ 9 ແບບຢ່າງໜຸ່ມ ຫວຽດນາມ ທີ່ມີແງ່ຫວັງໃນປີ 2023. ທ່ານນາງຜູ້ຮັກສາການປະທານປະເທດ ຫວຽດນາມ ຫວໍທິແອັງຊວນ ໄດ້ເຂົ້າຮ່ວມພິທີ.

ລາງວັນແບບຢ່າງໜຸ່ມ ຫວຽດນາມ ດີເດັ່ນ ແມ່ນລາງວັນສູງສົ່ງຂອງຄະນະບໍລິຫານງານສູນກາງຄະນະຊາວໜຸ່ມ ກອມມູນິດ ໂຮ່ຈີມິນ, ເພື່ອແນໃສ່ຮັບຮູ້, ເຊີດຊູບັນດາແບບຢ່າງຊາວໜຸ່ມດີເດັ່ນ, ອາຍຸຕ່ຳກ່ວາ 35 ປີ, ມີຜົນງານພົ້ນເດັ່ນ, ດີເລີດໃນຫຼາຍຂົງເຂດ, ຄື: ການຮ່ຳຮຽນ, ການຄົ້ນຄ້ວາວິທະຍາສາດ - ປະດິດຄິດສ້າງ; ອອກແຮງງານທຳການຜະລິດ; ດຳເນີນທຸລະກິດ - ເລີ່ມຕົ້ນທຸລະກິດ... ລາງວັນໄດ້ສ້າງຂະບວນການແຜ່ຂະຫຍາຍຢ່າງກ້ວາງຂວາງໃນປະຊາຄົມກ່ຽວກັບຄວາມມານະພະຍາຍາມ, ສູ້ຊົນບື່ນຕົວຂຶ້ນຂອງໄວໜຸ່ມ, ສ້າງກຳລັງໜູນພັດທະນາຄວາມປິຊາສາມາດໃນໄວໜຸ່ມ ແລະ ຊຸກຍູ້ຂະບວນການແຂ່ງຂັນຮ່ຳຮຽນ, ຝືກຝົນຫຼໍ່ຫຼອມ, ຄົ້ນຄ້ວາວິທະຍາສາດ, ອອກແຮງງານ, ປະດິດຄິດສ້າງ... ໃນໝູ່ຊາວໜຸ່ມ - ເຍົາວະຊົນ.

ກ່າວຄຳເຫັນທີ່ພິທີ, ອ້າຍ ບຸ່ຍກວາງຮຸຍ, ເລຂາທີໜຶ່ງສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ, ຢັ້ງຢືນບັນດາແບບຢ່າງໜຸ່ມໄດ້ຮັບການເຊີດຊູບໍ່ພຽງແຕ່ດີເດັ່ນ ຕາງໜ້າໃຫ້ຊາວໜຸ່ມເຍົາວະຊົນ ຫວຽດນາມ ປະມານ 24 ລ້ານຄົນເທົ່ານັ້ນ ຫາກຍັງໄດ້ເຕົ້າໂຮມບາງຈຸດລວມ, ນັ້ນແມ່ນຄວາມຢືດໝັ້ນ, ດຸໝັ່ນຂະຫຍັນພຽນ, ເດັດດຽວໃນເສັ້ນທາງຕົນເອງເລືອກເຟັ້ນ. ນັ້ນແມ່ນນ້ຳໃຈກ້າຄິດ, ກ້າທຳ, ຮູ້ວິທີນຳບັນດາຄວາມຮູ້ໂດຍຕົນເອງໄດ້ຝືກຝົນຫຼໍ່່ຫຼອມເຂົ້າສູ່ຊີວິດຕົວຈິງ...

(ແຫຼ່ງຄັດຈາກ VOV)

ທ່ານ​ເຈິ່ນ​ເກິ້ມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ

ທ່ານ​ເຈິ່ນ​ເກິ້ມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ

ທ່ານ ຄຳພັນ ບຸນພາຄົມ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ​ລາວ ຢັ້ງ​ຢືນ​ຈະ​ໝູນ​ໃຊ້, ເສີມ​ຂະ​ຫຍາຍ​ບັນ​ດາ​ຄວາມ​ຮູ້, ບົ​ດ​ຮຽນ​ທີ່​ຖອດ​ຖອນ​ໄດ້​ຈາກ​ໂຄງ​ການ​ເຂົ້າໃນ​ວຽກ​ງານ​ຕົນ​ຈິງ, ປະ​ກອບ​ສ່ວນ​ຢ່າງແທດ​ຈິງ​ເຂົ້າ​ການ​ສືບ​ຕໍ່​ຮັກ​ສາ ແລະ ເພີ່ມ​ພູນ​ຄູນ​ສ້າງ​ການ​ພົວ​ພັນ​ແບບ​ພິ​ເສດ ລະ​ຫວ່າງ​ສອງ​ພັກ, ສອ​ງ​ລັດ ລາວ ແລະ ຫວຽດ​ນາມ.

Top