ເມື່ອປຶກສາຫາລືໃນການໂອ້ລົມສົນທະນາ, ບັນດານັກຊ່ຽວຊານໄດ້ເນັ້ນໜັກເຖິງບົດບາດສຳຄັນຂອງຂໍ້ມູນ ແລະ ພື້ນຖານໂຄງລ່າງໃນການໝູນໃຊ້ປັນຍາປະດິດ (AI) ຢ່າງມີປະສິດທິຜົນ. ທ່ານ ຫງວຽນກວາງດົ່ງ ຫົວໜ້າສະຖາບັນຄົ້ນຄວ້ານະໂຍບາຍ ແລະ ພັດທະນາສື່ມວນຊົນ (IPS) ຢັ້ງຢືນວ່າ:
“ປັນຍາປະດິດເວົ້າລວມ ແລະ ການໝູນໃຊ້ເຕັກໂນໂລຢີດີຈີຕອນເວົ້າສະເພາະໃນຂົງເຂດສາທາລະນະຢູ່ ຫວຽດນາມ ຍັງມີຄວາມສາມາດບົ່ມຊ້ອນຢ່າງໃຫຍ່ຫຼວງ, ເພື່ອໃຫ້ພວກເຮົາສືບຕໍ່ຄົ້ນຫາ ແລະ ໝູນໃຊ້. ພິເສດ ຢູ່ 3 ແງ່ມູມ: ທີໜຶ່ງແມ່ນບັນດາເຕັກໂນໂລຢີທີ່ສາມາດໜູນຊ່ວຍການນຳບັນດາອົງການສຳນັກງານແຫ່ງລັດ, ການນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນໃນວຽກງານບໍລິຫານປະຈຳວັນ, ອອກຂໍ້ຕົກລົງ. ທີສອງແມ່ນໜູນຊ່ວຍລັດຖະກອນໂດຍກົງ ປະຕິບັດບັນດາວຽກງານປະຈຳວັນເພື່ອຫຼຸດຜ່ອນເວລາ ແລະ ຂັ້ນຕອນປະຕິບັດງານ. ທີສາມແມ່ນໜູນຊ່ວຍ, ຍົກສູງຄຸນນະພາບການບໍລິການສາທາລະນະຮັບໃຊ້ວິສາຫະກິດ, ຮັບໃຊ້ປະຊາຊົນ”.