• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍົກສູງລະດັບຄວາມຮັບຮູ້ກ່ຽວກັບວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດ, ໂຄສະນາກ່ຽວກັບທະເລ, ຫມູ່ເກາະ , ການປັກຫຼັກໝາຍ ຄຸ້ມຄອງຊາຍແດນ

ກອງປະຊຸມ ສະຫຼຸບ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດທົ່ວປະເທດ, ການໂຄສະນາກ່ຽວກັບທະເລ, ຫມູ່ເກາະ , ການປັກຫຼັກໝາຍ ຄຸ້ມຄອງຊາຍແດນ ປີ 2020 ແລະ ຜັນຂະຫຍາຍວຽກງານໜ້າທີ່ປີ 2021 ໄດ້ຖືກຈັດຂຶ້ນໃນຕອນບ່າຍວັນທີ 30 ທັນວາຢູ່ ແຂວງ ກວາງນິງ.

ທ່ານ ວໍ້ວັນເຖືອງ ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ

ໃນປີ 2020 , ຫວຽດນາມໄດ້ຈັດຕັ້ງບັນດາເຫດການທີ່ມີຄວາມໝາຍສຳຄັນຢ່າງສຳເລັດຜົນ. ໃນຂົງເຂດການພົວພັນຕ່າງປະເທດ ຫວຽດນາມໄດ້ສຳເລັດບັນດາໜ້າທີ່ວຽກງານສາກົນຢ່າງດີເດັ່ນ. ໃນຜົນສຳເລັດດັ່ງກ່າວ ມີການປະກອບສ່ວນຂອງ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດ, ໂຄສະນາກ່ຽວກັບທະເລ, ຫມູ່ເກາະ , ການປັກຫຼັກໝາຍ ຄຸ້ມຄອງຊາຍແດນຢູ່ດິນຕໍ່ແຜ່ນ.

     ກ່າວຄຳເຫັນທີ່ກອງປະຊຸມ ສະຫຼຸບ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດທົ່ວປະເທດ, ການໂຄສະນາກ່ຽວກັບທະເລ, ຫມູ່ເກາະ , ການປັກຫຼັກໝາຍ ຄຸ້ມຄອງຊາຍແດນ ປີ 2020 ແລະ ຜັນຂະຫຍາຍວຽກງານໜ້າທີ່ປີ 2021 ຊຶ່ງຈັດຂຶ້ນໃນຕອນບ່າຍວັນທີ 30 ທັນວາຢູ່ ແຂວງ ກວາງນິງ, ທ່ານ ວໍ້ວັນເຖືອງ ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ໄດ້ເນັ້ນໜັກວ່າ : ປີ 2021 ສະພາບພາກພື້ນ ແລະ ສາກົນ , ບັນຫາທະເລຕາເວັນອອກ ສືບຕໍ່ມີບັນດາກາລະໂອກາດ ແລະ      ສິ່ງທ້າທາຍ ຊ້ອນແຝງຄວາມສ່ຽງຫຼາຍຢ່າງ. ໃນສະພາບການດັ່ງກ່າວ, ບັນດາກຳລັງປະຕິບັດ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດ, ໂຄສະນາກ່ຽວກັບທະເລ, ຫມູ່ເກາະ , ການປັກຫຼັກໝາຍ ຄຸ້ມຄອງຊາຍແດນຢູ່ດິນຕໍ່ແຜ່ນ ສືບຕໍ່ປ່ຽນແປງຈິນຕະນາການ, ຍົກສູງລະດັບຄວາມຮັບຮູ້, ມີຄຸນທະທາດການເມືອງ, ເສີມຂະຫຍາຍລັກສະນະປະດິດຄິດສ້າງ ເປັນເຈົ້າການສ້າງແຜນການໂຄສະນາດ້ວຍບັນດາວິທີການມີໄຫວພິບ ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການພັດທະນາຂອງປະເທດຊາດໃນສະພາບການໃໝ່. 
(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top