• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍົກສູງປະສິດທິຜົນວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດ ເພື່ອໂຄສະນາພາບພົດ ຫວຽດນາມຢູ່ຕ່າງປະເທດ, ເພີ່ມທະວີການເຊື່ອມຕໍ່ກັບຊາວຫວຽດນາມອາໄສຢູ່ຕ່າງປະເທດ

ຕອນບ່າຍວັນທີ 13 ກໍລະກົດ, ຢູ່ຮ່າໂນ້ຍ, ຄະນະຊີ້ນໍາວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດຂັ້ນສູນກາງໄດ້ຈັດຕັ້ງກອງປະຊຸມສະຫຼຸບ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດໄລຍະ 6 ເດືອນຕົ້ນປີ; ທິດທາງ ແລະ ໜ້າທີ່່ວຽກງານ 6 ເດືອນທ້າຍປີ 2022.

ຕອນບ່າຍວັນທີ 13 ກໍລະກົດ, ຢູ່ຮ່າໂນ້ຍ, ຄະນະຊີ້ນໍາວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດຂັ້ນສູນກາງໄດ້ຈັດຕັ້ງກອງປະຊຸມສະຫຼຸບ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດໄລຍະ 6 ເດືອນຕົ້ນປີ; ທິດທາງ ແລະ ໜ້າທີ່່ວຽກງານ 6 ເດືອນທ້າຍປີ 2022.

    

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ

ໃນ 6 ເດືອນຕົ້ນປີ 2022, ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດໄດ້ ຊ່ວຍໃຫ້ປະຊາຄົມສາກົນເຂົ້າໃຈນະໂຍບາຍ ແລະ ທັດສະນະແນວທາງການຕ່າງປະເທດ ຂອງ ຫວຽດນາມຫຼາຍກ່ວາອີກ, ພິເສດແມ່ນ ກອງປະຊຸມຄັ້ງທີ 5 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ 13; ກອງປະຊຸມສະໄໝສາມັນຄັ້ງທີ 3, ສະພາແຫ່ງຊາດຊຸດທີ XV, ຊີເກມຄັ້ງທີ 31, ພິເສດແມ່ນປີມິດຕະພາບຫວຽດນາມ - ລາວ 2022 ແລະ ປີມິດຕະພາບຫວຽດນາມ - ກຳປູເຈຍ 2022. ກ່ຽວກັບວຽກງານໜ້າທີ່ 6 ເດືອນທ້າຍປີ 2022, ທ່ານ ຫງວຽນເກວເລິມ, ຮອງຫົວໜ້າຄະນະສະເພາະກິດ ຄະນະຊີ້ນຳ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດ, ຫົວໜ້າກົມຖະແຫຼງຂ່າວ ໃຫ້ຕ່າງປະເທດ ແລະ ການຮ່ວມມືສາກົນ, ຄະນະໂຄສະນາສຶກສາສູນກາງພັກ ເນັ້ນໜັກວ່າ:

  “ສືບຕໍ່ຍູ້ແຮງວຽກງານຖະແຫຼງຂ່າວ, ໂຄສະນາການພົວພັນລະຫວ່າງ ຫວຽດນາມ ກັບລາວ , ກຳປູເຈຍ ໃນຂອບເຂດປີສາມັກຄີມິດຕະພາບ 2022. ຍົກສູງບົດບາດຊີ້ນຳ ແລະ ກຳນົດທິດ ຂອງຄະນະຊີ້ນຳທ້ອງຖິ່ນໃນການຜັນຂະຫຍາຍປະຕິບັດວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດ, ພິເສດແມ່ນໃນວຽກງານໂຄສະນາພາບພົດ ຫວຽດນາມຢູ່ຕ່າງປະເທດ, ເພີ່ມທະວີການເຊື່ອມຕໍ່ກັບຊາວຫວຽດນາມອາໄສຢູ່ຕ່າງປະເທດ. ເພີ່ມທະວີ ແລະ ຍົກສູງຄຸນນະພາບວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດໃນຂົງເຂດສາສະໜາ, ຊົນເຜົ່າ, ປະຊາທິປະໄຕ ແລະ ສິດທິມະນຸດ, ຕັ້ງໜ້າເຂົ້າຮ່ວມການປະຕິບັດໜ້າທີ່ການເມືອງຂອງຫວຽດນາມ ເພື່ອສະໝັກເລືອກຕັ້ງເປັນສະມາຊິກສະພາສິດທິມະນຸດສະຫະປະຊາຊາດໄລຍະ 2023 - 2025.”

     ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫງວຽນຈ້ອງເງ້ຍ, ຫົວໜ້າຄະນະໂຄສະນາສຶກສາສູນກາງ, ຫົວໜ້າຄະນະຊີ້ນຳວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດຂັ້ນສູນກາງ ສະເໜີວ່າ: 6 ເດືອນທ້າຍປີ 2022, ຄະນະຊີ້ນຳ, ສະມາຊິກຄະນະຊີ້ນຳ. ແລະ ບັນດາຄະນະ, ກະຊວງ, ຂະແໜງການ ແລະ ທ້ອງຖິ່ນຄວນຍື່ນສະເໜີຕໍ່ກົມການເມືອງຍຸດທະສາດຖະແຫຼງຂ່າວໃຫ້ ຕ່າງປະເທດຮອດປີ 2030, ວິໄສທັດເຖິງປີ 2045. ພ້ອມທັງຮັກສາ ແລະ  ຍົກສູງປະສິດທິຜົນ ປ່ຽນແປງໃໝ່ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດ, ຊຸກຍູ້ການຫັນເປັນດິຈິຕອນ.

(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top