• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍູ້​ແຮງວຽກ​ງານ​ສົ່ງ​ເສີມ​ການ​ຄ້າ, ພັດ​ທະ​ນາ​ຕະຫຼາດ​ສົ່ງ​ອອກ​ໃນ​ປີ 2024

ຕາມກະຊວງອຸດສາຫະກຳ ແລະ ການຄ້າແລ້ວ, ໃນປີ 2023 ມີເຫດການສົ່ງເສີມການຄ້າ ກ່ວາ 1000 ຄັ້ງ ໄດ້ຈັດຂຶ້ນທັງຢູ່ພາຍໃນປະເທດ ແລະ ສາກົນ, ໃນນັ້ນມີ ກ່ວາ 80 ແຜນຮ່າງສຸມໃສ່ເຂົ້າບັນດາການເຄື່ອນໄຫວສົ່ງເສີມການຄ້າຢູ່ບັນດາຕະຫຼາດຕ່າງປະເທດຈຸດສຸມໃນການສົ່ງອອກຂອງ ຫວຽດນາມ.
ກອງປະຊຸມມອບໜ້າທີ່ສົ່ງເສີມການຄ້າຄັ້ງທຳອິດໃນປີ 2024 (ພາບ: VOV)

ຕອນເຊົ້າວັນທີ 31 ມັງກອນ, ຢູ່ຮ່າໂນ້ຍ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ຈັດກອງປະຊຸມມອບໜ້າທີ່ສົ່ງເສີມການຄ້າຄັ້ງທຳອິດໃນປີ 2024 ດ້ວຍຫົວຂໍ້ ຍູ້ແຮງວຽກງານສົ່ງເສີມການຄ້າ, ພັດທະນາການຕະຫຼາດປີ 2024. ກອງປະຊຸມໄດ້ເຊື່ອມຕໍ່ແບບທາງໄກກັບ ອົງການການຄ້າ ຫວຽດນາມ ຢູ່ຫຼາຍປະເທດໃນໂລກ ແລະ ບັນດາທ້ອງຖິ່ນ ໃນທົ່ວປະເທດ.

ຕາມກະຊວງອຸດສາຫະກຳ ແລະ ການຄ້າແລ້ວ, ໃນປີ 2023 ມີເຫດການສົ່ງເສີມການຄ້າ ກ່ວາ 1000 ຄັ້ງ ໄດ້ຈັດຂຶ້ນທັງຢູ່ພາຍໃນປະເທດ ແລະ ສາກົນ, ໃນນັ້ນມີ ກ່ວາ 80 ແຜນຮ່າງສຸມໃສ່ເຂົ້າບັນດາການເຄື່ອນໄຫວສົ່ງເສີມການຄ້າຢູ່ບັນດາຕະຫຼາດຕ່າງປະເທດຈຸດສຸມໃນການສົ່ງອອກຂອງ ຫວຽດນາມ. ມີບັນດາວິສາຫະກິດເຂົ້າຮ່ວມຫຼາຍກ່ວາ 10.000 ຄັ້ງ, ຮັບຜົນປະໂຫຍດໂດຍກົງຈາກໂຄງການສົ່ງເສີມການຄ້ານີ້, ດ້ວຍຍອດມູນຄ່າສັ່ງຊື້ສິນຄ້າສົ່ງອອກ ແລະ ຮ່ວມມືໄດ້ຮັບການເຊັນໂດຍກົງຢູ່ບັນດາເຫດການສົ່ງເສີມການຄ້າກ່ວາ 125 ລ້ານ USD.

ການເຄື່ອນໄຫວສົ່ງເສີມການຄ້າກໍ່ປະກອບສ່ວນສຳຄັນເຂົ້າໃນການຊ່ວຍຫວຽດນາມ ຮັກສາການຜະລິດເກີນດູນ ໃນປີທີ 8 ຢ່າງລຽນຕິດ, ດ້ວຍການສົ່ງອອກເກີນດູນຄາດວ່າ ຢູ່ລະດັບ 28 ຕື້ USD ໃນປີ 2023. ທ່ານ ເລແທັງຮ່ວາ, ຮອງຫົວໜ້າກົມຄຸນນະພາບ, ປຸງແຕ່ງ ແລະ ພັດທະນາຕະຫຼາດຜະລິດຕະພັນກະເສດ - ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ໃຫ້ຮູ້ວ່າ:

ສຳລັບຕະຫຼາດຕາເວັນອອກກາງ ຫຼາຍປີຜ່ານມາ, ແຕ່ລະປີ ກົມສົ່ງເສີມການຄ້າໜູນຊ່ວຍໃຫ້ແກ່ ວິສາຫະກິດປຸງແຕ່ງ, ຜະລິດຜະລິດຕະພັນກິເສດ ປະມານ 20 ແຫ່ງ ເຂົ້າຮ່ວມບັນດາກອງປະຊຸມ ເພື່ອໂຄສະນາ ສິນຄ້າຫຼາຍປະເພດສົ່ງອອກໄປຍັງຕະຫຼາດຕາເວັນອອກກາງ, ອາບຟຼິກກາ. ພວກຂ້າພະເຈົ້າຈະພະຍາຍາມໃນປີນີ້ ຍູ້ແຮງການສົ່ງອອກບັນດາຜະລິດຕະພັນໃຫ້ຫຼາຍກ່ວາອີກ, ເປັນຕົ້ນແມ່ນຜະລິດຕະພັນສິນໃນນ້ຳ ເຂົ້າຕະຫຼາດນີ້.

(ແຫຼ່ງຄັດຈາກ VOV)

ສືບ​ຕໍ່​ຜັນ​ຂະ​ຫຍາຍ​ຂອບ​ເຂດ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ ອາ​ເມ​ລິ​ກາ ຢ່າງ​ມີ​ປະ​ສິດ​ທິ​ຜົນ

ສືບ​ຕໍ່​ຜັນ​ຂະ​ຫຍາຍ​ຂອບ​ເຂດ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ ອາ​ເມ​ລິ​ກາ ຢ່າງ​ມີ​ປະ​ສິດ​ທິ​ຜົນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ສະ​ແດງ​ຄວາມ​ປາດ​ຖະ​ໜາ​ຢາກ​ອາ​ເມ​ລິ​ກາ ສືບ​ຕໍ່​ຜັນ​ຂະ​ຫຍາຍ​ຂອບ​ເຂດ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອດ​ບ້ານ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ນຳ​ການ​ພົວ​ພັນ​ສອງ​ປະ​ເທດ​ພັດ​ທະ​ນາ​ນັບ​ມື້​ນັບ​ແທ້​ຈິງ, ເລິກ​ເຊິ​່ງກວ້າງ​ຂວາງ ແລະ ມີ​ປະ​ສິດ​ທິ​ຜົນ

Top