• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍີ່​ປຸ່ນ​ຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ສະ​ພາ​ສູງ

ເພື່ອຮັກສາທ່ວງທ່າມີສະມາຊິກກວມເອົາສ່ວນຫຼາຍໃນສະພາສູງ, ພັນທະມິດຕ້ອງຍາດໄດ້ຢ່າງໜ້ອຍສຸດ 50 ບ່ອນນັ່ງໃນການເລືອກຕັ້ງນີ້ຕື່ມອີກ.
ກະດານຕິດປະກາດບັນຊີລາຍຊື່ຜູ້ສະໝັກເລືອກຕັ້ງຢູ່ສະຖານທີ່ສາທາລະນະ

ວັນທີ 20 ກໍລະກົດ, ຍີ່ປຸ່ນ ໄດ້ກ້າວເຂົ້າສູ່ການເລືອກຕັ້ງສະພາສູງ ເຊິ່ງໄດ້ຮັບຖືວ່າແມ່ນ “ການທົດລອງ” ຕັດສິນຊີ້ຂາດຕໍ່ອະນາຄົດການເມືອງຂອງທ່ານນາຍົກລັດຖະມົນຕີ Shigeru Ishiba, ໃນສະພາບການທີ່ທ່ານພວມບໍລິຫານລັດຖະບານສ່ວນໜ້ອຍ ພາຍຫຼັງຖືກປະລາໄຊໃນການເລືອກຕັ້ງສະພາຕ່ຳ ເມື່ອເດືອນຕຸລາ 2025.

ຕາມຂໍ້ກຳນົດຂອງລັດຖະທຳມະນູນ ຍີ່ປຸ່ນ ແລ້ວ, ແຕ່ລະ 3 ປີ, ປະເທດນີ້ຈະດຳເນີນການເລືອກຕັ້ງຄືນເຄິ່ງໜຶ່ງຂອງສະມາຊິກສະພາສູງທັງໝົດ 248 ທ່ານ ໃນການເລືອກຕັ້ງຄັ້ງນີ້, ປະຊາຊົນຈະເລືອກເອົາ 125 ທ່ານ, ລວມມີ 74 ທ່ານໄດ້ຮັບການເລືອກຕັ້ງໂດຍກົງຢູ່ບັນດາເຂດເລືອກຕັ້ງ, 50 ທ່ານໄດ້ຮັບການເລືອກຕັ້ງຕາມຮູບແບບຕາງໜ້າ ແລະ 1 ທ່ານໄດ້ຮັບການເລືອກຕັ້ງເພີ່ມເຕິມຢູ່ເຂດ ໂຕກຽວ. ພັນທະມິດກຳອຳນາດຂອງທ່ານນາຍົກລັດຖະມົນຕີ Ishiba, ລວມມີພັກປະຊາທິປະໄຕອິດສະຫຼະ (LDP) ແລະ ພັກ Komei, ເຊິ່ງປັດຈຸບັນລວມມີ 75 ບ່ອນນັ່ງບໍ່ແມ່ນເປົ້າໝາຍໄດ້ຮັບການເລືອກຕັ້ງຄັ້ງນີ້. ເພື່ອຮັກສາທ່ວງທ່າມີສະມາຊິກກວມເອົາສ່ວນຫຼາຍໃນສະພາສູງ, ພັນທະມິດຕ້ອງຍາດໄດ້ຢ່າງໜ້ອຍສຸດ 50 ບ່ອນນັ່ງໃນການເລືອກຕັ້ງນີ້ຕື່ມອີກ.

(ແຫຼ່ງຄັດຈາກ VOV)

ແຈ້ງ​ການກອງ​ປະ​ຊຸມ​ຄັ້ງ​ທີ 12 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ຊຸດ​ທີ XIII

ແຈ້ງ​ການກອງ​ປະ​ຊຸມ​ຄັ້ງ​ທີ 12 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ຊຸດ​ທີ XIII

ກອງປະຊຸມຄັ້ງທີ 12 ຄະນະບໍລິຫານງານສູນກາງພັກຊຸດທີ XIII ໄດ້ຈັດກອງປະຊຸມແຕ່ວັນທີ 18 ກໍລະກົດ ຮອດວັນທີ 19 ກໍລະກົດ 2025 ຢູ່ຮ່າໂນ້ຍ. ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ໄດ້ເປັນປະທານ ແລະ ມີບົດກ່າວຄຳເຫັນສຳຄັນໄຂ ແລະ ປິດກອງປະຊຸມ.

Top