• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍີ່​ປຸ່ນ ຖື​ເປັນ​ການ​ສຳ​ຄັນ​ການ​ພົວ​ພັນ​ກັບ​ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຍິ່ງກວ່າ​ເວ​ລາ​ໃດ​ໝົດ

ວັນທີ 9 ມັງກອນ, ທ່ານນາຍົກລົດຖະມົນຕີ ຍີ່ປຸ່ນ Ishiba Shigeru ເລີ່ມຕົ້ນການເດີນທາງໄປຢ້ຽມຢາມ 2 ປະເທດ ອາຊີຕາເວັນອອກສ່ຽງໃຕ້ ນັ້ນແມ່ນ ມາເລເຊຍ ແລະ ອິນໂດເນເຊຍ. ການເຄື່ອນໄຫວດັ່ງກ່າວ ເພື່ອແນໃສ່ຍົກສູງຜົນປະໂຫຍດແຫ່ງຊາດຂອງ ຍີ່ປຸ່ນ.
ການນຳບັນດາປະເທດ ອາຊຽນ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ເດືອນ ຕຸລາ 2024 ຢູ່ ລາວ (ພາບ: Jiji Press)

ຖ້າຫາກວ່າ ບໍ່ນັບການເດີນທາງໄປ ເປຣູ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດ APEC ແລະ ບຣາຊິນ ເພື່ອເຂົ້າຮ່ວມກອງປະຊຸມ  G2໐... ໃນກາງເດືອນພະຈິກ ປີ 2024, ການຢ້ຽມຢາມ ມາເລເຊຍ ແລະ ອິນໂດເນເຊຍ ຄັ້ງນີ້ ແມ່ນການເດີນທາງໄປເຄື່ອນໄຫວຢູ່ຕ່າງປະເທດຄັ້ງທຳອິດຂອງທ່ານ Ishiba Shigeru ນັບແຕ່ເມື່ອຮັບດຳລົງຕຳແໜ່ງນາຍົກລັດຖະມົນຕີ. ການເຄື່ອນໄຫວຄັ້ງນີ້ໄດ້ຮັບຖືວ່າ ໄດ້ພິສູດໃຫ້ເຫັນວ່າ ຍີ່ປຸ່ນ ຖື ອາຊຽນ ເປັນໃຈກາງໃນນະໂຍບາຍການຕ່າງປະເທດ, ໄປຄຽງຄູ່ກັບສາຍພົວພັນກັບ ອາເມລິກາ ແລະ ບັນດາສຳພັນທະມິດອື່ນ.  ທ່ານນາຍົກລັດຖະມົນຕີ Ishiba Shigeru ໄດ້ຢັ້ງຢືນຄືນແນວນັ້ນໃນການຖະແຫຼງຂ່າວ ທີ່ຈັດຂຶ້ນໃນຕອນເຊົ້າວັນທີ 9 ມັງກອນ ຢູ່ ນະຄອນຫຼວງ ໂຕກຽວ, ກ່ອນເດີນທາງໄປຢ້ຽມຢາມ ມາເລເຊຍ.

         “ບັນດາປະເທດ ອາຊຽນ ພວມສວມບົດບາດ ແລະ ທີ່ຕັ້ງສຳຄັນ ແລະ ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງໃນເວທີສາກົນ. ຍີ່ປຸ່ນ ຖືການພົວພັນກັບ ອາຊຽນ ເປັນສຳຄັນກວ່າເວລາໃດໝົດ. ໃນບັນດາກອງປະຊຸມສາກົນ, ຂ້າພະເຈົ້າໄດ້ມີໂອກາດພົບປະກັບການນຳ ມາເລເຊຍ ແລະ ອິນໂດເນເຊຍ, ແລະ ໃນການຢ້ຽມຢາມຄັ້ງນີ້, ຂ້າພະເຈົ້າຈະສະຫງວນເວລາສ່ວນຫຼາຍເພື່ອແລກປ່ຽນຢ່າງເລິກເຊິ່ງກວ້າງຂວາງກວ່າກ່ຽວກັບຫຼາຍບັນຫາ, ໃນນັ້ນ ມີການຮ່ວມມືດ້ານເສດຖະກິດ, ຄວາມໝັ້ນຄົງ - ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຄວາມໝັ້ນຄົງດ້ານພະລັງງານ, ສ້າງພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ ເສລີ ແລະ ເປີດກວ້າງ. ໄປຄຽງຄູ່ກັນນັ້ນ, ການພົວພັນກັບ ອາເມລິກາ, ຈີນ, ເອີຣົບ, ຍີ່ປຸ່ນ ຈະສືບຕໍ່ເພີ່ມທະວີການຮ່ວມມືກັບ ອາຊຽນ ໃນໄລຍະຈະມາເຖິງ.”

(ແຫຼ່ງຄັດຈາກ VOV)

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ປະ​ກອບ​ຄ​ຳ​ເຫັນ​ໃສ່​ກົດ​ໝາຍ​ວ່າ​ດ້ວຍ​ການ​ປັບ​ປຸງ​ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈ​ິ່ນ​ແທັງ​ເໝິ້ນ ຍົກ​ໃຫ້​ເຫັນ 4 ບັນ​ຫາ​ໃຫຍ່, ໃນ​ນັ້ນ​ມີ​ທ່າ​ອ່ຽງ​ໂຍະ​ຍານ ເງື່ອນ​ໄຂ​ເຂົ້າ​ເຖິງ​ຕະຫຼາດ​ສຳ​ລັບ​ບັນ​ດາ​ນັກ​ລົງ​ທຶນ.

Top