ຂ່າວສານ
ຍີ່ປຸນ ປະກາດກ່ຽວກັບ ການປ່ອຍ ນ້ຳເສຍທີ່ມີສານ ກຳມັນຕະພາບລັງສີ ທີ່ໄດ້ຮັບການບຳບັດແລ້ວ ລົງສູ່ທະເລຮອບທີ 2
ວັນທີ 28 ກັນຍາ, ບໍລິສັດໄຟຟ້າ Tokyo (TEPCO) ປະກາດ ຈະປະຕິບັດການປ່ອຍນ້ຳເສຍທີ່ມີສານກຳມັນຕະພາບລັງສີ ທີ່ໄດ້ຮັບການບຳບັດ ແລ້ວ ຈາກໂຮງງານໄຟຟ້ານິວເຄຼຍ Fukushima ລົງສູ່ທະເລໃນວັນທີ 5 ຕຸລາ ຈະມາເຖິງ.
TEPCO ໂດຍແມ່ນຫົວໜ່ວຍເຄື່ອນໄຫວໂຮງງານໄຟຟ້ານິວເຄຼຍ Fukushima ຄາດວ່າ ຈະປ່ອຍນ້ຳເສຍທີ່ໄດ້ຮັບການບຳບັດແລ້ວເປັນຈຳນວນ 7.800 ໂຕນ ລົງສູ່ທະເລໃນຄັ້ງທີ 2 ນີ້, ເທົ່າກັນກັບຈຳນວນຂອງການປ່ອຍນ້ຳເສຍຄັ້ງທີ 1. ຄັ້ງທີ 2 ຈະດຳເນີນໃນໄລຍະເວລາ 17 ວັນ. ວຽກງານກະກຽມໃຫ້ແກ່ການປ່ອຍນ້ຳເສຍຄັ້ງນີ້ ຈະໄດ້ຮັບການຜັນຂະຫຍາຍແຕ່ວັນທີ 3 ຕຸລາ ຈະມາເຖິງ ເພື່ອກຳນົດ ຄວາມເຂັ້ມທາດ tritium ພາຍຫຼັງ ການປ່ອຍນ້ຳເສຍທີ່ໄດ້ຮັບການບຳບັດແລ້ວ ລົງສູ່ທະເລ. ຕາມ TEPCO ແລະ ລັດຖະບານ ຍີ່ປຸ່ນ ແລ້ວ, ການປ່ອຍນ້ຳເສຍທີ່ມີສານກຳມັນຕະພາບລັງສີ ທີ່ໄດ້ຮັບການບຳບັດແລ້ວ ລົງສູ່ທະເລແມ່ນຂັ້ນຕອນທີ່ຈຳເປັນ ເພື່ອມຸ່ງໄປເຖິງການຢຸດຕິການເຄື່ອນໄຫວຂອງ ໂຮງງານໄຟຟ້ານິວເຄຼຍ Fukushima ເຊິ່ງຖືກເປເພຢ່າງຮ້າຍແຮງ ໃນເຫດໄພພິບັດເຄື່ອນດິນໄຫວ ແລະ ຄື້ນຍັກ ເມື່ອປີ 2011.