• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍອດວົງເງິນສົ່ງອອກ, ນຳເຂົ້າໃນ 9 ເດືອນບັນລຸໝາກຜົນຕັ້ງໜ້າ

ໃນຊຸມເດືອນທີ່ຍັງເຫຼືອຂອງປີ, ຂະແໜງອຸດສາຫະກຳການຄ້າ ຈະສຸມໃສ່ບັນດາມາດຕະການແກ້ໄຂ ເພື່ອຂຸດຄົ້ນຕະຫຼາດຢູ່ພາຍໃນປະເທດ, ກະຕຸ້ນການໃຊ້ສອຍ, ທ່ອງທ່ຽວ, ພັດທະນາການຄ້າເອເລັກໂຕນິກ
(ທີ່ກອງປະຊຸມຖະແຫຼງຂ່າວ)

ແຫຼ່ງຂໍ້ມູນທີ່ກອງປະຊຸມຖະແຫຼງຂ່າວປະຈຳໄຕມາດທີ 3 ຂອງກະຊວງອຸດສາຫະກຳການຄ້າ ຫວຽດນາມ, ຈັດຂຶ້ນໃນຕອນບ່າຍວັນທີ 23 ຕຸລາ, ຢູ່ ຮ່າໂນ້ຍ, ຜູ້ຕາງໜ້າກະຊວງອຸດສາຫະກຳການຄ້າ ຫວຽດນາມ ໃຫ້ຮູ້ວ່າ, ຍອດວົງເງິນສົ່ງອອກ, ນຳເຂົ້າສິນຄ້າ ຄາດວ່າບັນລຸເກືອບ 580 ຕື້ USD, ເພີ່ມຂຶ້ນ 16,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023, ໃນນັ້ນ, ການສົ່ງອອກເພີ່ມຂຶ້ນ 15,4%. ບັນດາໝາກຜົນດັ່ງກ່າວໄດ້ປະກອບສ່ວນສຳຄັນເຂົ້າໃນການເຕີບໂຕ GDP ໃນໄລຍະ 9 ເດືອນຜ່ານມາ.

ຕາມທ່ານ ບຸຍຮຸຍເຊີນ, ຫົວໜ້າກົມແຜນການການເງິນ, ກະຊວງອຸດສາຫະກຳການຄ້າແລ້ວ, ໃນຊຸມເດືອນທີ່ຍັງເຫຼືອຂອງປີ, ຂະແໜງອຸດສາຫະກຳການຄ້າ ຈະສຸມໃສ່ບັນດາມາດຕະການແກ້ໄຂ ເພື່ອຂຸດຄົ້ນຕະຫຼາດຢູ່ພາຍໃນປະເທດ, ກະຕຸ້ນການໃຊ້ສອຍ, ທ່ອງທ່ຽວ, ພັດທະນາການຄ້າເອເລັກໂຕນິກ, ມານະພະຍາຍາມນຳການເຕີບໂຕ GDP ຂອງທັງປີ 2024 ສາມາດບັນລຸ 7% ຄືດັ່ງເປົ້າໝາຍຂອງລັດຖະບານ. ກ່ຽວກັບການເຄື່ອນໄຫວສົ່ງອອກ, ທ່ານ ບຸຍຮຸຍເຊີນ, ເນັ້ນໜັກວ່າ:

“ກະຊວງອຸດສາຫະກຳການຄ້າ ສືບຕໍ່ຜັນຂະຫຍາຍບັນດາມາດຕະການເພື່ອໜູນຊ່ວຍວິສາຫະກິດສົ່ງອອກ ແລະ ພິເສດແມ່ນຍູ້ແຮງລາຍການສົ່ງອອກຕາມໂກຕາ. ທາງກະຊວງຈະສືບຕໍ່ເຈລະຈາ ແລະ ລົງນາມໃນບັນດາສັນຍາການຄ້າເສລີ (FTA) ໂດຍໄວ ເພື່ອສ້າງກອບນິຕິກຳ ແລະ ພິເສດແມ່ນເປີດອອກສູ່ບັນດາຕະຫຼາດໃຫ້ບຸລິມະສິດສູງ ແລະ ມີສະຖຽນລະພາບ, ມີລັກສະນະຜູກມັດດ້ານນິຕິກຳໃຫ້ແກ່ບັນດາວິສາຫະກິດ”.

(ແຫຼ່ງຄັດຈາກ VOV)

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ປະ​ກອບ​ຄ​ຳ​ເຫັນ​ໃສ່​ກົດ​ໝາຍ​ວ່າ​ດ້ວຍ​ການ​ປັບ​ປຸງ​ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈ​ິ່ນ​ແທັງ​ເໝິ້ນ ຍົກ​ໃຫ້​ເຫັນ 4 ບັນ​ຫາ​ໃຫຍ່, ໃນ​ນັ້ນ​ມີ​ທ່າ​ອ່ຽງ​ໂຍະ​ຍານ ເງື່ອນ​ໄຂ​ເຂົ້າ​ເຖິງ​ຕະຫຼາດ​ສຳ​ລັບ​ບັນ​ດາ​ນັກ​ລົງ​ທຶນ.

Top