• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸດເສື້ອຍາວ ຫວຽດນາມ ອວດອ້າງຄວາມງາມຢູ່ງານບຸນວັດທະນະທຳ Canberra ຄັ້ງທີ 25

ຫວຽດນາມ ໄດ້ວາງສະແດງສື່ສິ່ງພິມວັດທະນະທຳ, ຜະລິດຕະພັນການຄ້າ, ເຄື່ອງທີ່ລະນຶກ, ຂໍ້ມູນການທ່ອງທ່ຽວ ກໍ່ຄືການເຜີຍແຜ່ໂຄສະນາໃຫ້ແກ່ໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ອົດສະຕາລີ ຄົບຮອບ 50 ປີ.
  ການສະແດງຊຸດເສື້ອຍາວ ຫວຽດນາມ  

ວັນທີ 18 ກຸມພາ, ສະຖານທູດ ຫວຽດນາມ ຢູ່ ອົດສະຕາລີ ພ້ອມດ້ວຍ ສະຖານທູດປະເທດຕ່າງໆທີ່ຂຶ້ນກັບ ອາຊຽນ ຢູ່ນະຄອນຫຼວງ Canberra ຈັດກິດຈະກຳທີ່ມີຊື່ວ່າ “ໝູ່ບ້ານ ອາຊຽນ” ໃນຂອບເຂດງານບຸນວັດທະນະທຳ Canberra ຄັ້ງທີ 25 ໄດ້ໄຂຂຶ້ນຢູ່ນະຄອນຫຼວງນີ້. ນີ້ແມ່ນຄັ້ງທີ 5 ທີ່ທັງ 10 ປະເທດ ອາຊຽນ ພ້ອມກັນສົມທົບໂຄສະນາເຜີຍແຜ່ເຖິງໝູ່ປະຊາຊົນ ອົດສະຕາລີ ກ່ຽວກັບປະເທດຊາດ, ຜູ້ຄົນ, ວັດທະນະທຳ ແລະ ອາຫານປະຈໍາຊາດຂອງແຕ່ລະປະເທດ.

ຢູ່ກິດຈະກຳນີ້, ຫວຽດນາມ ໄດ້ວາງສະແດງສື່ສິ່ງພິມວັດທະນະທຳ, ຜະລິດຕະພັນການຄ້າ, ເຄື່ອງທີ່ລະນຶກ, ຂໍ້ມູນການທ່ອງທ່ຽວ ກໍ່ຄືການເຜີຍແຜ່ໂຄສະນາໃຫ້ແກ່ໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ອົດສະຕາລີ ຄົບຮອບ 50 ປີ (1973-2023). ແວ່ຢ້ຽມຊົມຮ້ານຂາຍເຄື່ອງຂອງ ຫວຽດນາມ, ມີແຂກທ່ອງທ່ຽວຫຼາຍໆຄົນໃຫ້ຄວາມສົນໃຈຊອກຮູ້ຂໍ້ມູນກ່ຽວກັບທັດສະນີຍະພາບທີ່ມີຊື່ສຽງ ເພື່ອກະກຽມໃຫ້ແກ່ການທ່ອງທ່ຽວຢູ່ “ປະເທດຫວຽດນາມ”. ແຂກທ່ອງທ່ຽວຫຼາຍຄົນພໍອົກພໍໃຈເມື່ອໄດ້ຮ່ວມສຳຫຼວດ ແບ່ງປັນຄວາມເຂົ້າໃຈ ກ່ຽວກັບ ຫວຽດນາມ ແລະ ໄດ້ຮັບຂອງຂວັນທີ່ລະນຶກຕ່າງໆຈາກ ຫວຽດນາມ. ພິເສດ, ຫວຽດນາມ ໄດ້ວາງສະແດງຊຸດເສື້ອຍາວທີ່ປະທັບໃຈ ປະກອບສ່ວນເຊີດຊູຊຸດເສື້ອຍາວ ຫວຽດນາມ ເວົ້າສະເພາະ ແລະ ວັດຖະນະທຳ ຫວຽດນາມ ເວົ້າລວມ, ໄດ້ຮັບການຕອບສະໜອງຢ່າງສຸດອົກສຸດໃຈຈາກຜູ້ຊົມ.

 

(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top