• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກ​ຍູ້​ການ​ຜັນ​ຂະ​ຫຍາຍ​ປະ​ມວນມາດ​ຕະ​ຖານ “ວັດ​ທະ​ນະ​ທຳ​ວິ​ສາ​ຫະ​ກິດ ຫວຽດ​ນາມ”

ການສ້າງວັດທະນະທຳວິສາຫະກິດ ຫວຽດນາມ ຈະຮັບປະກັນການສ້າງປະຊາຄົມວິສາຫະກິດທີ່ເຂັ້ມແຂງຍືນຍົງ, ພັດທະນາຢ່າງກົມກ່ຽວ ໂດຍອີງໃສ່ບັນດາເສົາຄ້ຳເສດຖະກິດວັດທະນະທຳ - ສັງຄົມ, ສະພາບແວດລ້ອມ ແລະ ປັດໄຈຫຼັກແຫຼ່ງແກ່ນສານແມ່ນ ວັດທະນະທຳ.

ກອງປະຊຸມຜັນຂະຫຍາຍປະມວນມາດຕະຖານວັດທະນະທຳວິສາຫະກິດ ຫວຽດນາມ ເຖິງຜູ້ຕາງໜ້າຂອງ 8 ແຂວງທາງທິດຕາເວັນອອກສ່ຽງໃຕ້ (ພາບ:  VOV)

ໂດຍສືບຕໍ່ປະຕິບັດຕາມຄຳຊີ້ນຳຂອງທ່ານນາຍົກລັດຖະມົນຕີກ່ຽວກັບການຜັນຂະຫຍາຍບັ້ນຂົນຂວາຍ “ສ້າງວັດທະນະທຳວິສາຫະກິດ ຫວຽດນາມ”, ຕອນບ່າຍວັນທີ 15 ຕຸລາ ຢູ່ນະຄອນ ຮະລອງ, ແຂວງ ກວາງນິງ, ສະຫະສະມາຄົມພັດທະນາວັດທະນະທຳວິສາຫະກິດ ຫວຽດນາມ ໄດ້ສົມທົບກັບ ຄະນະກຳມະການປະຊາຊົນແຂວງ ກວາງນິງ ຈັດກອງປະຊຸມຜັນຂະຫຍາຍປະມວນມາດຕະຖານວັດທະນະທຳວິສາຫະກິດ ຫວຽດນາມ ເຖິງຜູ້ຕາງໜ້າຂອງ 8 ແຂວງທາງທິດຕາເວັນອອກສ່ຽງໃຕ້.

ການສ້າງວັດທະນະທຳວິສາຫະກິດ ຫວຽດນາມ ຈະຮັບປະກັນການສ້າງປະຊາຄົມວິສາຫະກິດທີ່ເຂັ້ມແຂງຍືນຍົງ, ພັດທະນາຢ່າງກົມກ່ຽວ ໂດຍອີງໃສ່ບັນດາເສົາຄ້ຳເສດຖະກິດວັດທະນະທຳ - ສັງຄົມ, ສະພາບແວດລ້ອມ ແລະ ປັດໄຈຫຼັກແຫຼ່ງແກ່ນສານແມ່ນ ວັດທະນະທຳ.

ພື້ນຖານເສດຖະກິດ ຫວຽດນາມ ພວມມມີລະດັບຂະຫຍາຍຕົວ 200% (ມູນຄ່າວົງເງິນການຄ້ານຳເຂົ້າສົ່ງອອກຫຼາຍທົບ 2 ເທົ່າຍອດຜະລິດຕະພັນພາຍໃນປະເທດ). ການສ້າງ ແລະ ຢັ້ງຢືນເຄື່ອງໝາຍການຄ້າວິສາຫະກິດໄດ້ດີ ຈະຊ່ວຍແຜ່ຂະຫຍາຍເຄື່ອງໝາຍການຄ້າແຫ່ງຊາດໃນລະບົບມູນຄ່າທົ່ວໂລກ.

ແຫຼ່ງຄັດຈາກ VOV

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ ແຂວງ​ແບບ​ຢ່າງ, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ “ແຂວງ​ແບບ​ຢ່າງ”, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ຕອນເຊົ້າວັນທີ 15 ຕຸລາ, ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ແທັງຮວ໊າ ຄັ້ງທີ XX ອາຍຸການ 2025 – 2030 ຖືກໄຂຂຶ້ນຢ່າງເປັນທາງການ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່.

Top