ທີ່ການພົບປະ, 2 ຝ່າຍໄດ້ຕີລາຄາສູງຕໍ່ການພັດທະນາການພົວພັນທາງດ້ານເສດຖະກິດ-ການຄ້າລະຫວ່າງ 2 ປະເທດໃນໄລຍະຜ່ານມາ.
ວັນທີ 23 ກຸມພາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ ຫງວຽນກວກຢຸງ ໄດ້ພົບປະແລກປ່ຽນກັບທ່ານນາງ Sarah Bianchi, ຮອງຜູ້ຕາງໜ້າດ້ານການຄ້າ ອາເມລິກາ.
ທີ່ການພົບປະ, 2 ຝ່າຍໄດ້ຕີລາຄາສູງຕໍ່ການພັດທະນາການພົວພັນທາງດ້ານເສດຖະກິດ-ການຄ້າລະຫວ່າງ 2 ປະເທດໃນໄລຍະຜ່ານມາ. 2 ຝ່າຍໄດ້ແລກປ່ຽນບາງຂົງເຂດຮ່ວມມື ແລະ ຕ່າງຝ່າຍຕ່າງມີຄວາມສົນໃຈໃນການພົວພັນດ້ານການຄ້າລະຫວ່າງ 2 ປະເທດ. 2 ຝ່າຍໄດ້ເຫັນດີຕໍ່ຄວາມສຳຄັນຂອງເລື່ອງຊຸກຍູ້ບັນດາຂອບເຂດການຮ່ວມມືທາງດ້ານເສດຖະກິດ - ການຄ້າລະຫວ່າງ ອາເມລິກາ ກັບພາກພື້ນ ແລະ ຫວຽດນາມ.
ທ່ານເອກອັກຄະລັດຖະທູກ ຫງວຽນກວກຢຸງ ປາດຖະໜາວ່າ 2 ຝ່າຍຈະຮັກສາການຮ່ວມມື, ເຈລະຈາໂດຍມີເຈດຕະນາດີໃນບັນດາບັນຫາທີ່ຍັງມີຄວາມເຫັນແຕກຕ່າງກັນ. ສ່ວນທ່ານນາງ Sarah Bianchi ຊົມເຊີຍທ່ານເອກອັກຄະລັດຖະທູດ ຫງວຽນກວກຢຸງ ມານະຄອນຫຼວງ ວໍຊິງເຕັນ, ປາດຖະໜາຢາກຈະສືບຕໍ່ເຮັດວຽກຢ່າງແໜ້ນແຟ້ນກັບທ່ານເອກອັກຄະລັດຖະທູດ ແລະ ສະຖານທູດ ຫວຽດນາມ ປະຈຳ ອາເມລິກາ ເພື່ອຊຸກຍູ້ການຮ່ວມມືທາງດ້ານເສດຖະກິດ ແລະ ການຄ້າລະຫວ່າງ 2 ຝ່າຍ.
(ແຫຼ່ງຄັດຈາກ VOV)