ຕອນບ່າຍວັນທີ 07 ສິງຫາ, ຢູ່ ຮ່າໂນ້ຍ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ຕ້ອນຮັບທ່ານ ໂສພົນ ຊາຣຳ, ປະທານສະພາແຫ່ງຊາດ ທັງເປັນສະພາຜູ້ແທນລາຊະດອນ ໄທ ພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.
ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ປາດຖະໜາວ່າ ໄທ ຈະສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂສະດວກເພື່ອໃຫ້ປະຊາຄົມວິສາຫະກິດຊາວ ຫວຽດນາມ ອາໄສຢູ່ ໄທ ຮ່ຳຮຽນ, ດຳລົງຊີວິດ ແລະ ເຮັດວຽກຢູ່ໄທ.
ທ່ານ ໂສພົນ ຊາຣຳ, ປະທານສະພາແຫ່ງຊາດ ທັງເປັນສະພາຜູ້ແທນລາຊະດອນ ໄທ ປາດຖະໜາຢາກຮ່ຳຮຽນເອົາບົດຮຽນຂອງ ຫວຽດນາມ ໃນການສ້າງກົງຈັກລັດໃຫ້ກະທັດລັດ; ຊຸກຍູ້ການຮ່ວມມືຢ່າງຮອບດ້ານກັບ ຫວຽດນາມ.
ການນຳ 2 ທ່ານໄດ້ເຫັນດີເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ສົມທົບກັນຢ່າງແໜ້ນແຟ້ນໃນການປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດ; ຊຸກຍູ້ການຄ້າ 2 ຝ່າຍໃຫ້ພັດທະນາຢ່າງດຸ່ນດ່ຽງ, ຍືນຍົງ ມຸ່ງໄປເຖິງຄາດໝາຍບັນລຸວົງເງິນການຄ້າ 25 ຕື້ USD ແລະ ຫຼາຍກວ່າແມ່ນ 50 ຕື້ USD. ການນຳ 2 ທ່ານກໍ່ເຫັນດີສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນບັນດາກົນໄກຮ່ວມມືພາກພື້ນ ແລະ ສາກົນ, ໂດຍສະເພາະແມ່ນ ອາຊຽນ ແລະ ສະຫະປະຊາຊາດ.






