• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້ການພົວພັນມິດຕະພາບ ແລະ ຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອັງກິດ

      ຕອນເຊົ້າວັນທີ 18 ມັງກອນ, ຢູ່ສຳນັກງານສະພາແຫ່ງຊາດອັງກິດ ຢູ່ ລອນດອນ, ທ່ານປະທານສະພາຕ່ຳ ອັງກິດ Lindsay Hoyle ໄດ້ໃຫ້ການຕ້ອນຮັບທ່ານ ຫງວຽນຮວ່າງລອງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ.
ທ່ານປະທານສະພາຕ່ຳ ອັງກິດ Lindsay Hoyle ຕ້ອນຮັບທ່ານ ຫງວຽນຮວ່າງລອງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ (ພາບ: VOV)
      ທີ່ການຕ້ອນຮັບ, ທ່ານປະທານສະພາຕ່ຳ ອັງກິດ ໄດ້ຕີລາຄາສູງຕໍ່ບົດບາດຂອງ ສະພາແຫ່ງຊາດ ຫວຽດນາມ ໃນຊຸມປີຜ່ານມາ ແລະ ການປະກອບສ່ວນຢ່າງຕັ້ງໜ້າຂອງ ຫວຽດນາມ ໃນບັນດາເວທີປາໄສຫຼາຍຝ່າຍຄື ສະຫະພັນ ລັດຖະສະພາສາກົນ; ທ່ານຢັ້ງຢືນວ່າ ພ້ອມແລ້ວທີ່ຈະໜູນຊ່ວຍ ຫວຽດນາມ ແລະ ສະຖານທູດ ຫວຽດນາມ ປະຈຳ ລອນກອນ ຜັນຂະຫຍາຍການເຄື່ອນໄຫວຊຸກຍູ້ສາຍພົວພັນມິດຕະພາບ ແລະ ຄູ່ຮ່ວມມືຍຸດທະສາດໃນໄລຍະຈະມາເຖິງ, ໃນນັ້ນມີບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນ ແລະ ຮ່ວມມືສອງຝ່າຍ ຜ່ານຊ່ອງທາງລັດຖະສະພາ.
        ສ່ວນທ່ານເອກອັກຄະລັດຖະທູດ ຫງວຽນຮວ່າງລອງ ກໍ່ເນັ້ນໜັກວ່າ ສາຍພົວພັນລະຫວ່າງສອງປະເທດພວມຢູ່ໃນໄລຍະພັດທະນາຢ່າງດີງາມທີ່ສຸດ ແລະ ມີຫຼາຍກາລະໂອກາດເພື່ອຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ. ທ່ານເອກອັກຄະລັດຖະທູດ ສະເໜີໃຫ້ປະທານສະພາຕ່ຳ ອັງກິດ ໜູນຊ່ວຍ ຫວຽດນາມ ໃນການຜັນຂະຫຍາຍສັນຍາການຄ້າເສລີ ຫວຽດນາມ - ລາຊະອານາຈັກອັງກິດ (UKVFTA) ແລະ ບັນດາໂຄງການ, ລາຍການຮ່ວມມືລະຫວ່າງສອງປະເທດໃຫ້ມີປະສິດທິຜົນ, ພ້ອມທັງສ້າງເງື່ອນໄຂເພື່ອໜູນຊ່ວຍແກ່ການແລກປ່ຽນຄະນະຜູ້ແທນລະຫວ່າງສະພາແຫ່ງຊາດສອງຝ່າຍໃນໄລຍະຈະມາເຖິງ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top