• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ລະຫວ່າງ ຫວຽດນາມ - ສ.ເກົາຫຼີ

ວັນທີ 29 ມັງກອນ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ເຈືອງຮ່ວາບິ່ງ ໄດ້ຕ້ອນຮັບທ່ານ Moon Moo-il ຫົວໜ້າອົງການໄອຍະການສູງສຸດຂອງ ສ.ເກົາຫຼີ.

ທ່ານຮອງນາຍົກລັດຖະມົນຕີ ເຈືອງຮວ່າບິ່ງໃຫ້ຮູ້ວ່າ: ຫວຽດນາມ ແລະ ສ.ເກົາຫຼີ ຄວນຍົກສູງຈິດໃຈການຕໍ່ສູ້ຕ້ານອາດຊະຍາກຳປະເພດຕ່າງໆ, ພ້ອມທັງສະເໜີໃຫ້ ສ.ເກົາຫຼີ ໜູນຊ່ວຍຫວຽດນາມໃນການຄົ້ນຄວ້າລະບອບກົດໝາຍ, ແລກປ່ຽນການບຳລຸງສ້າງພະນັກງານໄອຍະການ, ນຳໃຊ້ບັນດາເຕັກໂນໂລຢີທີ່ກ້າວໜ້າໃນການຄຸ້ມຄອງບັນດາເປົ້າໝາຍອາດຊະຍາກອນ.

ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ເຈືອງຮ່ວາບິ່ງ ຕ້ອນຮັບທ່ານ Moon Moo-il ຫົວໜ້າອົງການໄອຍະການສູງສຸດຂອງ ສ.ເກົາຫຼີ (ພາບ:VTV1) 

ສ່ວນທ່ານ Moon Moo-il ໃຫ້ຮູ້ວ່າ: ສ.ເກົາຫຼີ ພ້ອມແລ້ວໃຫ້ການແລກປ່ຽນປະສົບການກ່ຽວກັບການ ປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງກັບຫວຽດນາມ, ພ້ອມທັງປາຖະໜາວ່າ ລັດຖະບານຫວຽດນາມຈະສະໜັບສະໜູນ ສ.ເກົາຫຼີ ໃນການສ້າງຕັ້ງກົນໄກສັນຕິພາບຢູ່ ແຫຼມເກົາຫຼີ. ກ່ຽວກັບບັນຫາດັ່ງກ່າວ ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ໄດ້ແບ່ງປັນວ່າ: ການພົວພັນລະຫວ່າງ ສ.ປ.ປ.ເກົາຫຼີ ແລະ ສ.ເກົາຫຼີໄດ້ມີບັນດາການຫັນປ່ຽນຢ່າງຕັ້ງໜ້າ ແລະ ຢັ້ງຢືນທັດສະນະຂອງ ຫວຽດນາມ ຍາມໃດກໍ່ສະໜັບສະໜູນ ແລະ ມີຄວາມຮັບຜິດຊອບໃນການປະກອບສ່ວນສ້າງແຫຼມເກົາຫຼີ ໃຫ້ມີສັນຕິພາບ, ພ້ອມກັນຮ່ວມມື ແລະ ພັດທະນາ. 

(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top