• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊາວໜຸ່ມຫວຽດນາມອາໄສຢູ່ຕ່າງປະເທດມີຄວາມປະທັບໃຈເມື່ອມາຢ້ຽມຢາມສຸສານປະທານໂຮ່ຈິມິນ

      ວັນທີ 11 ກໍລະກົດ, ໄດ້ເປີດສາກລາຍການຄ້າຍພັກແລ້ງຫວຽດນາມ 2019, ຄະນະຜູ້ແທນຊາວໜຸ່ມ, ນັກສຶກສາຫວຽດນາມ ອາໄສຢູ່ຕ່າງປະເທດໄດ້ເຂົ້າສຸສານໄວ້ອາໄລປະທານໂຮ່ຈິມິນ ແລະ ຢ້ຽມຢາມຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ.

(ຄະນະຜູ້ແທນຊາວໜຸ່ມ, ນັກສຶກສາຫວຽດນາມ ອາໄສຢູ່ຕ່າງປະເທດວາງພວງມາລາຢູ່ສຸສານປະທານໂຮ່ຈິມິນ)
      ພາຍຫຼັງເຂົ້າວາງພວງມາລາຢູ່ສຸສານປະທານໂຮ່ຈິມິນ, ບັນດາຜູ້ແທນໄດ້ໄປຢ້ຽມຢາມເຂດປູຊະນີຍະສະຖານທຳນຽບປະທານໂຮ່ຈິມິນ, ຢ້ຽມຢາມບ່ອນຢູ່ ແລະ ບ່ອນເຮັດວຽກຂອງເພິ່ນ. ໃນເຮືອນຮ້ານ, ມີເພື່ອນໜຸ່ມຫຼາຍຄົນໄດ້ສະແດງຄວາມປະຫຼາດໃຈເມື່ອເຫັນບັນດາເຄື່ອງໃຊ້ແມ່ນລຽບງ່າຍທີ່ສຸດເຊິ່ງແມ່ນສະຖານທີ່ດຳລົງຊີວິດ ແລະ ເຮັດວຽກຂອງຜູ້ນຳທີ່ຍິ່ງໃຫຍ່ໃນຊຸມປີກ່ອນທີ່ຈະຈາກໄປ. ເພື່ອນ ຈິ້ງດຶກ, ຊາວຫວຽດນາມ ອາໄວຢູ່ເຢຍລະມັນ, ແບ່ງປັນວ່າ.
        “ນ້ອງປະຫຼາດໃຈເມື່ອເຫັນວ່າ ປະທານໂຮ່ຈິມິນ ດຳລົງຊີວິດຢ່າງລຽບງ່າຍທີ່ສຸດ, ເຮືອນຮ້ານຫຼັງນ້ອຍໆ, ດ້ວຍເຄື່ອງໃຊ້ລຽບງ່າຍໄດ້ເຮັດໃຫ້ນ້ອງມີຄວາມຕື້ນຕັນໃຈທີ່ສຸດ. ພາຍຫຼັງທີ່ຮັບຊົມຮູບເງົາເອກະສານກ່ຽວກັບເພິ່ມໃນເວລາຈະຈາກໄປນັ້ນ, ເພິ່ມກໍ່ຍັງເປັນຫ່ວງເປັນໄຍຕໍ່ຊາຕາກຳປະເທດຊາດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ”.
        ຕໍ່ຈາກນັ້ນ, ຄະນະຜູ້ແທນຊາວໜຸ່ມໄດ້ໄປຢ້ຽມຢຽມຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ. ຢູ່ທີ່ນີ້, ພວກເພື່ອນໄດ້ຮັບຟັງບັນດາເລື່ອງລາວ, ຊົມບັນດາຮູບເງົາສາລະຄະດີ, ຊົມເບິ່ງວັດຖຸພັນ, ພາບຖ່າຍທີ່ລ້ຳຄ່າກ່ຽວກັບປະຫວັດສາດໃນການສ້າງສາ ແລະ ປົກປັກຮັກສາຂອງຊາດຫວຽດນາມ ແຕ່ສະໄໝເຈົ້າຊີວິດຮຸ່ງ ຮອດສະໄໝປະທານໂຮ່ຈິມິນ.
        ພິທີໄຂຄ້າຍພັກແລ້ງຫວຽດນາມ 2019 ຈະດຳເນີນໃນວັນທີ 12 ກໍລະກົດ, ຢູ່ເຂດປູຊະນີຍະສະຖານເຂດປອດໄພທ໊າຍງວຽນ.
 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top