• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊາວຫວຽດນາມ ອາໄສຢູ່ລາວຄົນທໍາອິດໄດ້ຮັບກາໝາຍອາຍຸພັກ 70 ປີ

      ພິທີມອບໝາຍອາຍຸພັກ 70 ປີ ໃຫ້ແກ່ພໍ່ຕູ້ເຈິ່ນວັນໝີ່ - ຊາວຫວຽດນາມ ອາໄສ ຢູ່ລາວ.


ຍ້ອນອາຍຸສູງ, ສຸຂະພາບອ່ອນເພຍ, ຕາງໜ້າຄອບຄົວຮັບຂໍ້ຕົກລົງ ແລະ ກາໝາຍອາຍຸພັກ 70 ປີ ແທນໃຫ້ພໍ່ຕູ້ ເຈິ່ນວັນໝີ່
              ຕອນບ່າຍວັນທີ 21 ສິງຫາ, ຢູ່ນະຄອນຫຼວງວຽງຈັນ, ປະເທດລາວ, ຄະນະພັກກອມມູນິດຫວຽດນາມ ປະຈຳ ລາວ ໄດ້ຈັດຕັ້ງພິທີມອບໝາຍອາຍຸພັກ 70 ປີ ໃຫ້ແກ່ພໍ່ຕູ້ເຈິ່ນວັນໝີ່ - ຊາວຫວຽດນາມ ອາໄສ ຢູ່ລາວ. ນີ້ແມ່ນຊາວຫວຽດນາມອາໄສຢູ່ລາວຄົນທໍາອິດເປັນກຽດໄດ້ຮັບກາໝາຍນີ້.
        ພໍ່ຕູ້ ເຈິ່ນວັນໝີ່ - ເກີດວັນທີ 7 ກໍລະກົດ 1930 ຢູ່ແຂວງ ກວ໋າງບິ່ງຂອງຫວຽດນາມ, ປັດຈຸບັນຢູ່ບ້ານ ຮ່ອງແຊງ, ເມືອງ ຈັນທະບູລີ, ນະຄອນຫຼວງວຽງຈັນ. ພໍ່ຕູ້ ເຈິ່ນວັນໝີ່ ໄດ້ເຂົ້າເປັນສະມາຊິກພັກກອມມູນິດຫວຽດນາມ ເມື່ອວັນທີ 06 ມັງກອນ 1950, ໃນໄລຍະປະຕິບັດພັນທະສາກົນ ເຂົ້າຮ່ວມການສູ້ຮົບຢູ່ສະໜາມຮົບລາວ.
(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 28 ຕຸລາ, ຢູ່ ກົວລາ ລຳເປີ ປະເທດ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍບັນດາການນຳ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຈີນ ຄັ້ງທີ 28.

Top